ການເຈລະຈາຄວາມໝັ້ນຄົງດ້ານພະລັງງານຫວຽດນາມ - ອາເມລິກາ ຄັ້ງທີ 2

(VOVWORLD) -ຈຸດສຸມຂອງການເຈລະຈາຄັ້ງນີ້ແມ່ນປຶກສາຫາລືທິດທາງເພື່ອແນໃສ່ເພີ່ມທະວີການຮ່ວມມືໃນຂົງເຂດນ້ຳມັນອາຍແກັດ, ພະລັງງານຜະລິດຄືນໃໝ່

ການເຈລະຈາຄວາມໝັ້ນຄົງດ້ານພະລັງງານຫວຽດນາມ - ອາເມລິກາ ຄັ້ງທີ 2 - ảnh 1 ການເຈລະຈາຄວາມໝັ້ນຄົງດ້ານພະລັງງານຫວຽດນາມ - ອາເມລິກາ ຄັ້ງທີ 2

(ພາບ: TTXVN)

ວັນທີ 12 ເມສາ, ຢູ່ສຳນັກງານວໍຊິງຕັນ ດີຊີ, ໄດ້ດຳເນີນການເຈລະຈາຄວາມໝັ້ນຄົງດ້ານພະລັງງານລະຫວ່າງຫວຽດນາມ - ອາເມລິກາ ຄັ້ງທີ 2, ພາຍໃຕ້ການເປັນປະທານຂອງທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ດັ້ງຮ່ວາຍອານ ແລະ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ ຮັບຜິດຊອບບັນຫາພະລັງງານ Francis R.Fannon.

        ຈຸດສຸມຂອງການເຈລະຈາຄັ້ງນີ້ແມ່ນປຶກສາຫາລືທິດທາງເພື່ອແນໃສ່ເພີ່ມທະວີການຮ່ວມມືໃນຂົງເຂດນ້ຳມັນອາຍແກັດ, ພະລັງງານຜະລິດຄືນໃໝ່ ແລະ ການຮັບປະກັນຄວາມໝັ້ນຄົງດ້ານພະລັງງານລະຫວ່າງຫວຽດນາມ ແລະ ອາເມລິກາ. ນີ້ລ້ວນແຕ່ແມ່ນຂົງເຂດທີ່ແທດຈິງ, ປະກອບສ່ວນເຂົ້າໃນການຫັນແຫຼ່ງສະໜອງເປັນຫຼາຍຮູບຫຼາຍແບບ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ເປີດກວ້າງຕະຫຼາດເພື່ອຜົນປະໂຫຍດຂອງ 2 ຝ່າຍ.

        ທີ່ການເຈລະຈາຄັ້ງນີ້, ອົງການການຄ້າ ແລະ ພັດທະນາອາເມລິກາ ໄດ້ສະໜອງທຶນຊ່ວຍເຫຼືອລ້າທີ່ມີມູນຄ່າ 700.000 USD ໃຫ້ແກ່ສັນຍາໃຫ້ຄຳປຶກສາລະບົບຄົ້ນຄວ້າໝໍເກັບໄຟຮັບໃຊ້ການພັດທະນາພະລັງງານຜະລິດຄືນໃໝ່ໃຫ້ແກ່ກຸ່ມບໍລິສັດໄຟຟ້າຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ