ການເຈລະຈາຊົນຊາດຢູ່ກົງໂກຈະດຳເນີນແຕ່ວັນທີ 1/9 ຈະມາເຖິງ

ການເຈລະຈາຊົນຊາດຢູ່ກົງໂກຈະດຳເນີນແຕ່ວັນທີ 1/9 ຈະມາເຖິງ - ảnh 1
ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກົງ​ໂກ Togo Edem Kogj
ພາບ:thenewsnigeria.com.ng

(vovworld)- ວັນ​ທີ 27/8, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກົງ​ໂກ Togo Edem Kogj ພ້ອມ​ທັງ​ແມ່ນ​ນັກ​ໄກ່​ເກ່ຍ​ປອງດອງ​ຂອງ ສະ​ຫະ​ພາບ​ອາ​ຟ​ຼິ​ກາ AU ໃຫ້​ແກ່​ການ​ເຈ​ລະ​ຈາ​ຊົນ​ຊາດ​ຢູ່ ກົງ​ໂກ ໃຫ້​ຮູ້​ວ່າ:ບັນ​ດາ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ລັດ​ຖະ​ບານ ແລະ ຝ່າຍ​ຄ້ານ ຢູ່ ກົງ​ໂກ ກ່ຽວ​ກັບ​ບັນ​ຫາ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິບ​ໍ​ດີ ຈະ​ໄດ້​ເລີ່ມ​ຕົ້ນ​ແຕ່​ວັນ​ທີ 1/9 ຈະ​ມາ​ເຖິງ ແລະ ຄາດ​ວ່າ​ແກ່​ຍາວ​ໃນ​ເວ​ລາ 2 ອາ​ທິດ. ຈຸດ​ເວ​ລາ​ດັ່ງ​ກ່າວ​ໄດ້​ກຳ​ນົດ​ພາຍ​ຫລັງ​ປຶກ​ສາ​ຫາ​ລື​ມາ​ເປັນ​ເວ​ລາ 4 ວັນ ລະ​ຫວ່າງ​ຜູ້​ຕາງ​ຫນ້າ​ພັກ​ກຳ​ອຳ​ນາດ, ຝ່າຍ​ຄ້ານ​ຢູ່ ກົງ​ໂກ ແລະ ກຸ່ມ​ໄກ່​ເກ່ຍ​ປອງດອງ​ຂອງ AU.

ຕອບກັບ

ຂ່າວ/ບົດ​ອື່ນ