ການເຈລະຈາຍຸດທະສາດຫວຽດນາມ - ອີຕາລີ ຄັ້ງທີ 2

ການເຈລະຈາຍຸດທະສາດຫວຽດນາມ - ອີຕາລີ ຄັ້ງທີ 2 - ảnh 1
ການ​ເຈລະຈາ​ຍຸດ​ທະ​ສາດ​ຫວຽດນາມ - ອີ​ຕາ​ລີ ຄັ້ງ​ທີ 2
(ພາບ: vietnamplus.vn)


(vovworld) – ​ໂດຍ​ໄດ້​ຮັບຄຳ​ເຊີນ​ຂອງ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີ​ຕາ​ລີ Benedetto Della Vedova, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ໂຮ່ຊວນ​ເຊີນ ​ໄດ້​ໄປ​ຢ້ຽມຢາມ, ​ເຮັດ​ວຽກ ​ແລະ ​ເປັນ​ປະທານ​ຮ່ວມ​ການ​ເຈລະຈາ​ຍຸດ​ທະ​ສາດ​ຂັ້ນ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລະຫວ່າງ​ຫວຽດນາມ - ອີ​ຕາ​ລີ ຄັ້ງ​ທີ 2 ​ແຕ່​ວັນ​ທີ 10 – 12/09. ທີ່​ການ​ເຈລະຈາຍຸດ​ທະ​ສາດ, 2 ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ພັດທະນາ​ເສດຖະກິດ​ສັງຄົມ, ​ແນວ​ທາງ​ການ​ຕ່າງປະ​ເທດ​ຂອງ​ແຕ່ລະ​ປະ​ເທດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້.

        ​​ແລກປ່ຽນ​ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ, ຫວຽດນາມ ​ແລະ ອີ​ຕາ​ລີ ຢືນຢັນ ຖື​ເປັນ​ສຳຄັນ ​ແລະ ສະ​ແດງ​ຄວາມ​​ເພິ່ງ​ພໍ​ໃຈ​ຕໍ່​ການພັດທະນາ​ອັນ​ດີງາມ​ຂອງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ໃນ 1 ປີຜ່ານມາ, ພ້ອມ​ທັງ​ຕີ​ລາຄາ​ສູງ​ບັນດາ​ກົນ​ໄກ​ແລກປ່ຽນ ​ແລະ ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ເສດ​ຖະກິດ - ການ​ຄ້າ - ການ​ລົງທຶນ; ວັດທະນະທຳ - ການ​ສຶກສາ​ບຳລຸງ​ສ້າງ; ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ. 2 ຝ່າຍ​ເຫັນ​ດີ​ພ້ອມ​ກັນ​ມານະ​ພະຍາຍາມ​ເພື່ອ​ນຳ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ເປັນ​ເສົ້າ​ຄ້ຳ​ຕົ້ນ​ຕໍ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ​ແລກປ່ຽນ ​ແລະ ​ເປັນ​ເອກະ​ພາບ​ບັນດາ​ມາດ​ຕະການສົ່ງ​ເສີມ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ 2 ປະ​ເທດ​ເພີ່ມ​ທະວີ​ການ​ພົບ​ປະ, ​ແລກປ່ຽນ​ບົດຮຽນ ​ແລະ ​ເຊື່ອມ​ຕໍ່​ຄູ່​ຮ່ວມ​ມື, ສຸມ​ໃສ່​ບັນດາ​ຂົງ​ເຂດ​ເຊິ່ງອີ​ຕາ​ລີ​ ມີ​ທ່າ​ແຮງ ​ແລະ ຫວຽດນາມ ມີ​ຄວາມ​ຕ້ອງການ. ຫວຽດນາມ ​ແລະ ອີ​ຕາ​ລີ ກໍ່​ຢືນຢັນ​ວ່າ ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ.

ຂ່າວ/ບົດ​ອື່ນ