ການເຈລະຈາດ້ານນິວເຄຼຍອີຣານຖືກເຊື່ອມຕໍ່ຄືນໃໝ່ຢູ່ວຽນ

ການເຈລະຈາດ້ານນິວເຄຼຍອີຣານຖືກເຊື່ອມຕໍ່ຄືນໃໝ່ຢູ່ວຽນ - ảnh 1
ໂຮງ​ງານ​ໄຟ​ຟ້ານິວ​ເຄຼຍ Bushehr ​ຂອງ Iran
(ພາບ: Reuters)

(vovworld) - ພາຍຫຼັງ ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ແມ່​ຢູ່ Lausanne, ປະ​ເທດ​ສະ​ວິດ 3 ອາ​ທິດ, ວັນ​ທີ 22/4, ຢູ່​ນະ​ຄອ​ນຫຼວງ ວຽນ, ປະ​ເທດ ສະ​ວິດ, ກຸ່ມ P5+1 ແລະ ອີ​ຣານ ໄດ້​ເຊື່ອມ​ຕໍ່​​ຄືນ​ໃໝ່ບັນ​ດາ​ການ​ເຈ​ລະ​ຈາ​ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຮອບ​ດ້ານ​ສຸດ​ທ້າຍ​ກ່ອນ​ຈຸດ​ເວ​ລາ​ກຳ​ນົດ​ທີ່​ຄາ​ດ​ຄະ​ເນ​​ໄວ້​ໃນ​ເດືອນ 6 ຈະ​ມາ​ເຖິງ. ຕາມ​ວົງ​ການ​ຜູ້​ສັງ​ເກ​ດ​ການ​ແລ້ວ, ການ​ເຈ​ລະ​ຈາ​ຄັ້ງ​ໃຫມ່​ຈະ​ຫຍຸ້ງ​ຍາກຫຼາຍ. ການ​ເຈ​ລະ​ຈາ​ຄັ້ງ​ນີ້​ຄາດ​ວ່າ​ຈະ​ແກ່​ຍາວ​ຢ່າງ​ໜ້ອຍ​ສຸດ​ແມ່ນ 2 ວັນ, ແມ່ນ​ຮອບ​ເຈ​ລະ​ຈາ​​ທຳ​ອິດ​ນັບ​ແຕ່​ວັນ​ທີ 2/4, ເຊິ່ງ​ແມ່ນ​ວັນ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ຢູ່ Lausanne. ຜູ້​ຕາງ​ໜ້າ​ຂອງ​ສະ​ຫະ​ພາບ ເອີ​ລົບ (EU) Helga Schmidt ມີ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ Abbas Araghchi ແລະ ຫຼັງ​ຈາກນັ້ນ​ ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ Wendy Sherman ກໍ່​ຈະ​ເຂົ້າ​ຮ່ວມ​ການ​ພົບ​ປະ​ຄັ້ງ​ນ​ີ້. ການ​ພົບ​ປ​ະ​ຖືກ​ດຳ​ເນີນ​ໄປ​ກ່ອນ​ການ​ປະ​ຊຸມ​ຮ່ວມ​ຂອງ ອີ​ຣານ ກັບ​ບັນ​ດາ​ຜູ້​ຕາງ​ໜ້າ​ຂອງ​ກຸ່ມ P5+1. ຈຸດ​ປະ​ສົງ​ຂອງ​ການ​ເຈ​ລະ​ຈານີ້​ແມ່ນ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ໃນ​ນັ້ນ ອີ​ຣານ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ລະ​ຄວາມ​ມັກ​ໃຫຍ່​ໄຟ​ສູງ​​ດ້ານນິວ​ເຄຼຍ​​ເພື່ອ​ຈຸດ​ປະ​ສົງດ້າ​ນ​ການ​ທະ​ຫານ ແທນ​ທີ​​ໄດ້​ຮັບການ​​ຍົກ​ເລີກ​ຄຳ​ສ​ັ່ງ​​ລົງ​ໂທດ​ຈາກ​ສາ​ກົນ.


ຂ່າວ/ບົດ​ອື່ນ