ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫ່​ວາງ ຫວຽດ​ນາມ - ອາ​ເມ​ລິ​ກາ 2019

(VOVWORLD) -ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ ແລະ ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຕີລາຄາໝາກຜົນຂອງການຮ່ວມມືປີ 2019, ກຳນົດທິດການຮ່ວມມືໃນປີ 2020 ແລະ ຊຸມປີ ຕໍ່ໄປ ໃຫ້ເໝາະສົມ ກັບບົດບັນທຶກຊ່ວຍຈຳກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍປີ 2011.
ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫ່​ວາງ ຫວຽດ​ນາມ - ອາ​ເມ​ລິ​ກາ 2019 - ảnh 1ການເຈລະຈານະໂຍບາຍດ້ານປ້ອງກັນຊາດ ລະຫ່ວາງ ຫວຽດນາມ - ອາເມລິກາ 2019 

ວັນທີ 11 ທັນວາ ຢູ່ສຳນັກງານກະຊວງປ້ອງກັນປະເທດ ອາເມລິກາໄດ້ຈັດຕັ້ງການເຈລະຈານະໂຍບາຍດ້ານປ້ອງກັນຊາດ ລະຫ່ວາງ ຫວຽດນາມ - ອາເມລິກາ 2019 ນຳໜ້າຄະນະຜູ້ແທນການທະຫານ ຫວຽດນາມເຂົ້າຮ່ວມການເຈລະຈາ ໂດຍທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຝ່າຍອາເມລິກາ ນຳໂດຍທ່ານ Randall Schrive, ຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ຮັບຜິດຊອບພາກໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້.

        ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ ແລະ ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຕີລາຄາໝາກຜົນຂອງການຮ່ວມມືປີ 2019, ກຳນົດທິດການຮ່ວມມືໃນປີ 2020 ແລະ ຊຸມປີ ຕໍ່ໄປ ໃຫ້ເໝາະສົມ ກັບບົດບັນທຶກຊ່ວຍຈຳກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍປີ 2011.

        ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ຕີລາຄາສູງ ຄວາມມານະພະຍາຍາມຂອງສອງຝ່າຍໃນການຜັນຂະຫຍາຍໂຄງການລ້າງທາດພິດ ດີໂອຊີນ ຢູ່ ເຂດ ສະໜາມບິນ ບຽນຮ່ວາ, ພິເສດແມ່ນເລື່ອງເລີ່ມຕົ້ນໂຄງການຢ່າງເປັນທາງການໃນວັນທີ 5 ທັນວາທີ່ຜ່ານມາ. ທ່ານ ຫງວຽນຈີ໊ວິງ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງ, ອາເມລິກາຈະສືບຕໍ່ໜູນຊ່ວຍການລ້າງທາດພິດ ດີໂອຊີນ ຢູ່ ເຂດສະໜາມບິນ ບຽນຮ່ວາເພື່ອໃຫ້ສອງຝ່າຍສຳເລັດໂຄງການຕາມແຜນການທີ່ວາງອອກ.

        ສ່ວນທ່ານ Randall Schrive ຢັ້ງຢືນວ່າ ອາເມລິກາ ຖືການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມເປັນສຳຄັນ, ແລະປາດຖະໜາຢາກໃຫ້ ຫວຽດນາມມີຄວາມເຂັ້ມແຂງ, ມີເອກະລາດ, ວັດທະນາຖາວອນ, ນັບມື້ນັບສວມບົດບາດສຳຄັນໃນພາກພື້ນມະຫາສະມຸດອິນເດຍ - ປາຊີຟິກ.

        ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ, ທ່ານ Randall Shrive ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມມືກັບ ຫວຽດນາມ ຊຸກຍູ້ການພົວພັນດ້ານປ້ອງກັນຊາດລະຫວ່າງ ສອງປະເທດໃຫ້ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນກ່ວາອີກໃນໄລຍະຈະມາເຖິງ, ພິເສດແມ່ນໃນບັນດາຂົງເຂດຄື: ຄວາມໝັ້ນຄົງໃນການເດີນເຮືອ, ຮັກສາສັນຕິພາບ ສປຊ…

ຕອບກັບ

ຂ່າວ/ບົດ​ອື່ນ