ການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ອິນເດຍ ຂັ້ນຮອງລັດຖະມົນຕີຄັ້ງທີ10

ການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ອິນເດຍ ຂັ້ນຮອງລັດຖະມົນຕີຄັ້ງທີ10 - ảnh 1
​ການ​ເຈລະຈາ​ນະ​ໂຍບາຍ​ປ້ອງ​ກັນຊາ​ດ ຫວຽດນາມ -
ອິນ​ເດຍ ຂັ້ນ​ຮອງ​ລັດຖະມົນຕີ​ເທື່ອ​ທີ 10
(ພາບ: TTXVN)

(vovworld) - ​​ແຕ່​ວັນ​ທີ 27/02 – 02/03/2017, ຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທດ ສາທາລະນະ​ລັດ ອິນ​ເດຍ ​ໂດຍ​ທ່ານ​ເລຂາ​ກະຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ Mohan Kumar ​ເປັນ​ຫົວ​ໜ້າ​ຄະນະ ມາຢ້ຽມຢາມ ຫວຽດນາມ ດຳ​ເນີນ​ການ​ເຈລະຈາ​ນະ​ໂຍບາຍ​ປ້ອງ​ກັນຊາ​ດ ຫວຽດນາມ - ອິນ​ເດຍ ຂັ້ນ​ຮອງ​ລັດຖະມົນຕີ​ເທື່ອ​ທີ 10.

        ຕອນ​ບ່າຍ​ວັນ​ທີ 01/03 ຄະນະ​ຜູ້​ແທນກະຊວງ​ປ້ອງ​ກັນ​ປະ​ເທດ ສາທາລະນະ​ລັດ ອິນ​ເດຍ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ພົນ​ເອກ ໂງ​ຊວນ​ລິກ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທ​ດ ຫວຽດນາມ ​. ທີ່​ການ​ຕ້ອນຮັບທ່ານ​ພົນ​ເອກ ໂງ​ຊວນ​ລິກ ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​​ເຈລະຈາ​ນະ​ໂຍບາຍ​ປ້ອງ​ກັນຊາ​ດ ຫວຽດນາມ - ອິນ​ເດຍ ຂັ້ນ​ຮອງ​ລັດຖະມົນຕີ​ເທື່ອ​ທີ 10 ​ແລະ ຢືນຢັນ​ວ່າ: ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ ຍັງ​ຄົງ​ແມ່ນ​ເສົາ​ຄ້ຳ​ສຳຄັນ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ ​ແລະ ຖື​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ເປີດ​ກ້ວາງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ; ຍູ້​ແຮງ​ການ​ພົວພັນ​ແລກປ່ຽນ​ຢູ່​ທຸກ​ຂັ້ນ; ຮ່ຳຮຽນ​ແລກປ່ຽນ​ບົດຮຽນ​ລະຫວ່າງ​ບັນດາ​ກອງທັບ, ​ເຫຼົ່າຮົບ, ການ​ຮ່ວມ​ມື​ສາກົນ…

ຕອບກັບ

ຂ່າວ/ບົດ​ອື່ນ