ການເຈລະຈາລັດເຊຍ - ຢູແກຼນ ຍັງດຳເນີນແບບທາງໄກ

(VOVWORLD) -ທ່ານຫົວໜ້າຄະນະເຈລະຈາລັດເຊຍ Vladimir Medinsky ໃຫ້ຮູ້ວ່າ: ເພື່ອໃຫ້ດຳເນີນການເຈລະຈາທາງໄກ, ລັດເຊຍ ຕ້ອງການີຫຼາຍຂໍ້ສະເໜີລະອຽດກວ່າຈາກຝ່າຍ ຢູແກຼນ.
ການເຈລະຈາລັດເຊຍ - ຢູແກຼນ ຍັງດຳເນີນແບບທາງໄກ - ảnh 1ການເຈລະຈາສັນຕິພາບລະຫວ່າງ ລັດເຊຍ ແລະ ຢູແກຼນ ຍັງດຳເນີນໄປແບບທາງໄກ
(ພາບ: Twitter of Mykhailo Podolyak/TTXVN)

ການເຈລະຈາສັນຕິພາບລະຫວ່າງ ລັດເຊຍ ແລະ ຢູແກຼນ ຍັງດຳເນີນໄປແບບທາງໄກ. ວັນທີ 09 ພຶດສະພາ, ທ່ານຫົວໜ້າຄະນະເຈລະຈາລັດເຊຍ Vladimir Medinsky ໃຫ້ຮູ້ວ່າ: ເພື່ອໃຫ້ດຳເນີນການເຈລະຈາທາງໄກ, ລັດເຊຍ ຕ້ອງການີຫຼາຍຂໍ້ສະເໜີລະອຽດກວ່າຈາກຝ່າຍ ຢູແກຼນ.

        ໃນວັນດຽວກັນ, ທ່ານນາງ Ursula von der Leyen, ປະທານຄະນະກຳມະການເອີລົບ (EC) ໄດ້ແຈ້ງໃຫ້ຊາບວ່າ, EC ຈະມີຄຳຕອບກ່ຽວກັບຂໍ້ສະເໜີເຂົ້າເປັນສະມາຊິກ ອີຢູ ຂອງ ຢູແກຼນ ໃນເດືອນ ມິຖຸນາ, ນີ້ແມ່ນບາດກ້າວສຳຄັນກ່ອນທີ່ບັນດາສະມາຊິກໃນກຸ່ມປຶກສາຫາລືກ່ຽວກັບບັນຫານີ້. ໃນສື່ສັງຄົມອອນລາຍ Twitter, ທ່ານນາງ Ursula von der Leyen ໃຫ້ຮູ້ວ່າ ໄດ້ມີການແລກປ່ຽນຄຳເຫັນກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ແລະ ພວມລໍຖ້າຄຳຕອບກ່ຽວກັບບັນຫາ ຢູແກຼນ ຂໍເຂົ້າເປັນສະມາຊິກ ອີຢູ. ທ່ານນາງຢັ້ງຢືນວ່າ EC ຈະຍົກອອກທັດສະນະກ່ຽວກັບບັນຫາດັ່ງກ່າວໃນເດືອນ ມິຖຸນາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ