ການ​ເຈ​ລະ​ຈາ​ລະ​ຫວ່າງ ອາບ​ກາ​ນິດ​ສະ​ຖ​ານ ແລະ ຕາ​ລີ​ບານ: ອາ​ເມ​ລິ​ກາ ແລະ ອາບ​ກາ​ນິດ​ສະ​ຖານ ຊຸດ​ຍູ້​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ

(VOVWORLD) -ວັນທີ 12 ກັນຍາ, ວິວັດທະນາການເຈລະຈາລະຫວ່າງລັດຖະບານ ອາບການິດສະຖານ ແລະ ກຳລັງກະບົດ ຕາລີບານ ໄດ້ເລີ່ມດຳເນີນຢູ່ ກາຕາ, ເຊິ່ງເປັນຂີດໝາຍ ຈຸດເວລາທີ່ສຳຄັນທີ່ສຸດໃນເກືອບສອງທົດສະວັດແຫ່ງການປະທະກັນ ໂດຍໃຊ້ຄວາມຮຸນແຮງຢູ່ປະເທດນີ້.
ການ​ເຈ​ລະ​ຈາ​ລະ​ຫວ່າງ ອາບ​ກາ​ນິດ​ສະ​ຖ​ານ ແລະ ຕາ​ລີ​ບານ: ອາ​ເມ​ລິ​ກາ ແລະ ອາບ​ກາ​ນິດ​ສະ​ຖານ ຊຸດ​ຍູ້​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ - ảnh 1ວັນທີ 12 ກັນຍາ, ວິວັດທະນາການເຈລະຈາລະຫວ່າງລັດຖະບານ ອາບການິດສະຖານ ແລະ ກຳລັງກະບົດ ຕາລີບານ ໄດ້ເລີ່ມດຳເນີນຢູ່ ກາຕາ (ພາບ: Jazeera/baoquocte.vn)

          ກ່າວຄຳເຫັນທີ່ພິທີໄຂ ຢູ່ໂດຮາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ  Mike Pompeo ໄດ້ໃຫ້ຂໍ້ສັງເກດວ່າ ແນ່ນອນຈະມີບັນດາສິ່ງທ້າທາຍໃນວິວັດທະນາການເຈລະຈາໃນໄລຍະຕໍ່ໄປ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຍາດແຍ່ງກາລະໂອກາດເທື່ອນີ້ ເພື່ອຮັບປະກັນນຳສັນຕິພາບມາໃຫ້ ອາບການິດສະຖານ.

          ສ່ວນໃນບົດກ່າວປາໄສຂອງທ່ານຜູ້ນຳອຳນາດການປົກຄອງ Kabul ທ່ານ Abdullah Abdullah ໄດ້ເນັ້ນໜັກເຖິງບັນດາຄວາມເສຍຫາຍ ເຊິ່ງການປະທະກັນທີ່ແກ່ຍາວເກືອບ 2 ທົດສະວັດທີ່ຜ່ານມາ ໄດ້ກໍ່ຂຶ້ນ ພ້ອມທັງຊຸກຍູ້ສອງຝ່າຍຈົ່ງບັນລຸຂໍ້ຢຸດຍິງໂດຍໄວ.

          ແຕ່ເຖິງຢ່າງໃດກໍຕາມ, ໂດຍແມ່ນຜູ້ນຳຮ່ວມ ແລະ ກໍແມ່ນຜູ້ນຳໜ້າຄະນະຜູ້ແທນຂອງ ຕາລີບານ, ທ່ານ Mullah Abdul Ghani Baradar ກໍບໍ່ເຕື້ອງເຖິງຄຳສັ່ງຢຸດຍິງ ແລະ ໄດ້ຢັ້ງຢືນຄືນໃໝ່ເຖິງສານທີ່ວ່າ ອາບການິດສະຖານ ກໍຕ້ອງໄດ້ຮັບການບໍລິການຕາມຮູບແບບກົດໝາຍອິດສະລາມ.

ຕອບກັບ

ຂ່າວ/ບົດ​ອື່ນ