ການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດ ລັດເຊຍ ແລະ ຢູແກຼນ ບໍ່ບັນລຸຄວາມຄືບໜ້າ

(VOVWORLD) -ການເຈລະຈາລະໄດ້ສິ້ນສຸດລົງແຕ່ບໍ່ບັນລຸຄວາມຄືບໜ້າກ່ຽວກັບບັນຫາແລວທາງມະນຸດສະທຳ ກໍຄືຄຳສັ່ງຢຸດຍິງ.
ການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດ ລັດເຊຍ ແລະ ຢູແກຼນ ບໍ່ບັນລຸຄວາມຄືບໜ້າ - ảnh 1 ການເຈລະຈາລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ແລະ ຢູແກຼນ
(ພາບ: AFP/ TTXVN)

ວັນທີ 10 ມີນາ, ການເຈລະຈາລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Dmytro Kuleba ຢູ່ ຕວກກີ ໄດ້ສິ້ນສຸດລົງແຕ່ບໍ່ບັນລຸຄວາມຄືບໜ້າກ່ຽວກັບບັນຫາແລວທາງມະນຸດສະທຳ ກໍຄືຄຳສັ່ງຢຸດຍິງ. ນີ້ແມ່ນການພົບປະຄັ້ງທຳອິດລະຫວ່າງລັດຖະມົນຕີການຕ່າງປະເທດຂອງ 2 ປະເທດ, ນັບແຕ່ເມື່ອ ລັດເຊຍ ດຳເນີນບັ້ນການທະຫານພິເສດຢູ່ ຢູແກຼນ.

        ສຳນັກຂ່າວສານ TASS ໄດ້ຄັດສະເໜີຄຳກ່າວປາໄສຂອງທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ທີ່ການປະຊຸມຖະແຫຼງຂ່າວພາຍຫຼັງສິ້ນສຸດການເຈລະຈາໂດຍເນັ້ນໜັກວ່າ ທັດສະນະຂອງລັດເຊຍ ແມ່ນ “ສັນຕິພາບເຢັນຍັງດີກວ່າສົງຢາມເຢັນ”. ຕາມທ່ານ Sergei Lavrov ແລ້ວ, ຝ່າຍ ລັດເຊຍ ໄດ້ຍົກອອກບັນດາຂໍ້ສະເໜີໃຫ້ຝ່າຍ ຢູແກຼນ ແລະ ຫວັງວ່າ Kiev ຈະມີຄຳຕອບ.

        ສ່ວນຝ່າຍ ຢູແກຼນ, ກ່າວຄຳເຫັນຕໍ່ນັກຂ່າວພາຍຫຼັງການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Dmytro Kubela ໃຫ້ຮູ້ວ່າ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບຂໍ້ຕົກລົງຢຸດຍິງ ແຕ່ບໍ່ບັນລຸໄດ້ຄວາມຄືບໜ້າ. ທ່ານກໍ່ພັນລະນາການເຈລະຈາແມ່ນ “ຫຍຸ້ງຍາກ”. ທ່ານ Dmytro Kubela ກໍ່ຢືນຢັນວ່າ ທ່ານພ້ອມແລ້ວທີ່ຈະພົບປະກັບຄູ່ຕຳແໜ່ງ ລັດເຊຍ ຕາມຮູບແບບນີ້ຄືນໃໝ່ ຖ້າຫາກມີແງ່ຫວັງຊອກຫາບັນດາມາດຕະການໃຫ້ແກ່ສະພາບການໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ