ການເຈລະຈາສັນຕິພາບ ຊີຣີ ຈະດຳເນີນໄປຕາມຮູບການປະຊຸມລັບຢູ່ ກາຊັກສະຖານ

ການເຈລະຈາສັນຕິພາບ ຊີຣີ ຈະດຳເນີນໄປຕາມຮູບການປະຊຸມລັບຢູ່ ກາຊັກສະຖານ - ảnh 1
(ພາບປະກອບ / NPR)

(vovworld) – ​​ ຮອບ​ການ​ເຈລະຈາ​ສັນຕິພາບ​ຄັ້ງ​ໃໝ່​ກ່ຽວ​ກັບ​ການ​ປະ​ທະ​ກັນຢູ່ ຊີຣີ ​ໂດຍ ລັດ​ເຊຍ, ຕວກກີ ​ແລະ ອີຣານ ອຸປະຖຳ​ຖືກດຳ​ເນີນ​​ໃນ​ວັນ​ທີ 15/02 ຢູ່​ນະຄອນຫລວງ Astana ຂອງ ກາ​ຊັກ​ສະຖານ ຕາມ​ຮູບ​ການ​ປະ​ຊຸມ​ລັບ. ​ໃນ​ຮອບ​ການ​ເຈລະຈາ​ສັນຕິພາບ​ຢູ່ Astana ກ່ອນ​ນີ້​ເກືອບ 3 ອາທິດ, ຜູ້ຕາງໜ້າ​ຂອງ​ອຳນາດ​ການ​ປົກຄອງ Damascus ​ແລະ ບັນດາ​ກຸ່ມ​ປະ​ກອບອາວຸດ​ຝ່າຍ​ຄ້ານ ບໍ່​ບັນລຸ​ໄດ້ບາດກ້າວ​ບຸກທະລຸ​ໃດ ​ໃນ​ບັນດາ​ການ​ເຈລະຈາ​ທາງ​ອ້ອມ. ບັນດາ​ການ​ເຈລະຈາ​ຢູ່ Astana, ກາ​ຊັກ​ສະຖານ ​ໄດ້​ຖື​ວ່າ ​ແມ່ນການ​ເລີ່​ມ​ເຄື່ອນ​ໄຫວ​ໃຫ້​ບັນດາ​ການ​ເຈລະຈາ​ໂດຍ​ສະຫະ​ປະຊາ​ຊາດອຸປະຖຳ ຄາດ​ຄະ​ເນ​ວ່າ​ຈະ​ເລີ່​ມດຳ​ເນີນ​ຢູ່ ​ເຊີ​ແນວ ປະ​ເທດ ສະ​ວິດ ​ໃນ​ວັນ​ທີ 23/02 ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ