ການເຈລະຈາສັນຕິພາບYemenຢຸດໄວ້ຍ້ອນເກີດການປະທະກັນຄືນໃໝ່

ການເຈລະຈາສັນຕິພາບYemenຢຸດໄວ້ຍ້ອນເກີດການປະທະກັນຄືນໃໝ່ - ảnh 1
(ພາບປະກອບ: AFP/TTXVN)

(vovworld) –  ກອງ​ປະຊຸມ​ສັນຕິພາບ Yemen ຄາດ​ວ່າຈະ​ຈັດ​ຕັ້ງ​ໃນ​ອາທິດ​ໜ້າ​ຢູ່ ​ເຊີ​ແນວ ( ສະ​ວິດ) ​​ຖືກ​ໂຈະ​ໄວ້​ໃນ​ສະພາບ​ການ​ປະ​ທະ​ກັນ​ຄືນ​ໃໝ່​ຢູ່​ປະ​ເທດ​ເຂດ​ອ່າວ​ນີ້. ວັນ​ທີ 18/5, ​ໂຄສົກ​ສະຫະ​ປະຊາ​ຊາດ Farhan Haq  ຊີ້​ແຈ້ງ​ທັດສະນະ​ຂອງສະຫະ​ປະຊາ​ຊາດ ຖື​ວ່າ: ການ​ປະ​ທະ​ກັນ​ຕ້ອງ​ຢຸດຕິລົງ​ຈຶ່ງ​ສາມາດ​ຈັດ​ຕັ້ງ​ກອງ​ປະຊຸມ ​ແລະ ​ເຊີນ​ຜູ້ຕາງໜ້າ​ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ໄດ້. ທ່ານ Farhan Haq  ກໍ​ໃຫ້​ຮູ້​ວ່າ: ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki-moon ສະ​ແດງ​ຄວາມ​​ເສຍຫວັງ​ ຕໍ່​ເລື່ອງ​ຕົກລົງ​ຢຸດ​ຍິງ​ມະນຸດສະທຳ​ໃນ 5 ວັນຜ່ານ​ມາ ( ​ໃນ​ລະຫວ່າງ​ວັນ​ທີ 12-17/5) ຢູ່ Yemen ບໍ່​ໄດ້​ຮັບ​ການ​ຕໍ່ກຳນົດ​​ເວລາ.

                ​ແລະ​ກໍ​ໃນ​ວັນ​ທີ 18/5, ຜູ້​ທີ່​ປຶກສາ​ຂອງ​ຜູ້ນຳ​ສູງ​ສຸດ ອີຣານ Ali Khamenei , ທ່ານ Akbar Velayati ຮຽກຮ້ອງ​ດຳ​ເນີນ​ການ​ເຈລະຈາ​ຊົນ​ຊາດ Yemen ຢູ່​ປະ​ເທດ​ເປັນກາງແທນ​ທີ່ຢູ່ ຊະ​ອຸ​ດີ ອາຣາ​ເບຍ. ​ໃນ​ຂະ​ນັ້ນ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອີຣານ Mohammad-Javad Zarif ຖື​ວ່າ: ອົງການ​ຈັດ​ຕັ້ງ​ສາກົນ​ແຫ່ງ​ໜຶ່ງຕ້ອງຮັບຜິດຊອບ ກ່ຽວ​ກັບ​ເລື່ອງ​ແກ່ຍາວເວລາ​​ຢຸດ​ຍິງ​ຢູ່ Yemen. ສະ​ນັ້ນ, ຮອດ​ເວລາ​ແລ້ວ ສະຫະ​ປະຊາ​ຊາດ​ຕ້ອງ​ຄວບ​ຄຸມ​ສະພາບ​ການ​ຢູ່​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ