ການເຈລະຈາສັນຕິພາບກ່ຽວກັບຊີຣີຢູ່ເຊີແນວສືບຕໍ່ຖືກໂຈະໄວ້

ການເຈລະຈາສັນຕິພາບກ່ຽວກັບຊີຣີຢູ່ເຊີແນວສືບຕໍ່ຖືກໂຈະໄວ້ - ảnh 1
ທ່ານ Staffan de Mistura, ທູດ​ພິ​ເສດ ສປຊ ກ່ຽວ​ກັບ ຊີຣີ
(ພາບ: AFP/TTXVN)

(vovworld) –  ວັນ​ທີ 25/2, ທູດ​ພິ​ເສດ ສປຊ ກ່ຽວ​ກັບ ຊີຣີ ທ່ານ Staffan de Mistura ​ໄດ້​ປະກາດ​ກອງ​ປະຊຸມສາກົນ​ກ່ຽວ​ກັບ ຊີຣີ ຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ວັນດຽວກັນ​ຢູ່ ​ເຊີ​ແນວ (ປະ​ເທດ​ສະ​ວິດ) ພາຍ​ໃຕ້​ການ​ອຸປະຖຳ​ຂອງ ສປຊ ​ທີ່ຖືກ​ໂຈະ​ໄວ້. ກ່າວ​ຄຳ​ເຫັນ​ທີ່​ສຳນັກງານ​ ສປຊ ຢູ່ ​ເຊີ​ແນວ, ທ່ານ​ທູດ​ພິ​ເສດ Mistura ຖື​ວ່າ: ຂໍ້​ຕົກລົງ​ຢຸດ​ຍິງ​ຢູ່ ຊີຣີ ​ເຊິ່ງ ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ຫາກ​ໍ່ປະກາດ ​ເປັນ​ຂີດ​ໝາຍ​​ບາດກ້າວ​​ສຳຄັນ​ຊ່ວຍ​ເປີດ​ຊ່ອງ​ທາງ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ມະນຸດສະທຳ ​ແລະ ມຸ່ງ​ໄປ​ເຖິງ​ການ​​ເຕົ້າ​​ໂຮມ​ຮອບ​ເຈ​ລະ​ຈາ​ສັນຕິພາບ​ໃໝ່​ໃນ​ອາທິ​ດຈະ​ມາ​ເຖິງ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ດ້ານການ​ເມືອງ​ໃຫ້​ແກ່​ວິ​ກິດ​ການ​ທີ່​​ແກ່ຍາວ​ເປັນ​ເວລາ​ເກືອບ 5 ປີ ຜ່ານ​ມາ​ຢູ່ ຊີຣີ. ທ່ານ Mistura ​ໃຫ້​ຮູ້​ວ່າ: ຈະ​ມີ​ການປະຊຸມ​ຂ່າວ​ໃນ​ເວລາ 22 ​ໂມງ ວັນ​ທີ 26/2 ​ເພື່ອ​ສະໜອງ​ຂໍ້​ມູນ​ຂ່າວ​ທີ່ກ່ຽວ​ຂ້ອງ​ເຖິງ​ການ​ເຊື່ອມ​ຕໍ່​ການ​ເຈລະຈາ​ສັນຕິພາບ ກ່ຽວ​ກັບ ຊີຣີ ຄືນ​ໃໝ່. ຕາມ​ທ່ານ​ແລ້ວ, ບັນດາ​ຝ່າ​ຍ ທີ່ກ່ຽວຂ້ອງ​ຢູ່ ຊີຣີ ມີ​ເວລາ​ເຄິ່ງວັນ ​ເພື່ອ​ເຂົ້າ​ຮ່ວມ​ຂໍ້​ຕົກລົງ​ຢຸດ​ຍິງ​ໂດຍ ລັດ​ເຊຍ ​ແລະ ​ອາ​ເມ​ລິ​ກາ ​ເປັນກາງ. ຫຼັງ​ຈາກ​ນັ້ນ, 17 ປະ​ເທດທີ່ຂຶ້ນ​ກັບ “ກຸ່ມ​ສາກົນໜູນຊ່ວຍ ຊີຣີ” ຈະ​ໂຮມ​ປະຊຸມ​ເພື່ອ​ປຶກສາ​ຫາລື​ຂໍ້​ຕົກລົງ​ຢຸດ​ຍິງຢ່າງ​ລະອຽດ. ຄາດ​ວ່າ, ຂໍ້​ຕົກລົງ​ນີ້​​ໂດຍ​ສະພາ​ຄວາມ​ໝັ້ນຄົງ ສປຊ ຮັບຮອງ​ເອົາ ​ແລະ ​ເປີດ​ຊ່ອງ​ທາງ​ໃຫ້​ແກ່ການ “ຢຸດຕິ​ບັນດາ​ການ​ກະທຳ​ທີ່​ເປັນປໍ​ລະ​ປັກ” ລະຫວ່າງ​ບັນດາ​ຝ່າຍ, ​ເລີ່​ມມີ​ຜົນ​ສັກສິດ​ນັບ​​ແຕ່​ທ່ຽງຄືນ​ວັນ​ທີ 26/2 ຕາມ​ເວລາ​ທ້ອງ​ຖິ່ນ.


ຂ່າວ/ບົດ​ອື່ນ