ການເຈລະຈາຮອບທີ 4 EVFTA

ການເຈລະຈາຮອບທີ  4 EVFTA - ảnh 1
ການ​ເຈລະຈາ​ຮອບ​ທີ 4 ສັນຍາ​ການ​ຄ້າ​ເສລີ ຫວຽດນາມ ສະຫະພາບ​ເອີ​ລົບ
ພາບ:internet


(vovworld)-ຕອນ​ບ່າຍ​ວັນ​ທີ 5/7, ການ​ເຈລະຈາ​ຮອບ​ທີ 4 ສັນຍາ​ການ​ຄ້າ​ເສລີ ຫວຽດນາມ ສະຫະພາບ​ເອີ​ລົບ(EVFTA) ດຳ​ເນີນ​ໄປ​ແຕ່​ວັນ​ທີ 1-5/7/2013 ຢູ່ ບຣຸກ​ແຊນ ປະ​ເທດ​ແບ​ບຊີກ ​ໄດ້​ອັດ​ລົງ. ທ່ານ ​ເຈີ​ນກວກ​ແຄງ, ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ, ຫົວຫນ້າ​ຄະນະ​ເຈລະຈາ​ຂອງ​ລັດຖະບານ​ກ່ຽວ​ກັບ​ເສດຖະກິດ ​ແລະ ການ​ຄ້າ​ສາກົນ​ ນຳ​ຫນ້າຄະນະ​ຜູ​້​ແທນຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ຝ່າຍ ອີ​ຢູ ​ໂດຍ​ທ່ານ Mauro Petriccone ຫົວຫນ້າ​ກົມ​ເອີ​ລົບ​ຕາ​ເວັນ​ອອກ, ອາຊີ ​ແລະ ທະວີບ​ໂອ​ເຊ​ອາ​ນີ ນຳ​ຫນ້າ. ​ເມື່ອ ສິ້ນ​ສຸດ​ການ​ການ​ເຈ​ລະ​ຈາ, ສອງ​ຝ່າຍ​ບັນລຸ​ໄດ້​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ທັດສະນະ, ວິທີ​ສຳ​ພັດ, ລະດັບ​ມຸ້ງ​ຫວັງ​ຂອງ​ຄູ່​ຮ່ວມ​ມື, ສ້າງ​ປະຖົມ​ປັດ​ໃຈ​ອັນ​ຫນັກ​ແຫນ້ນ​ໃຫ້​ແກ່​ການ​ຊອກ​ຫາ​ມາດ​ຕະການ​ເພື່ອ​ຫລຸດຜ່ອນ​ຄວາມ​ແຕກ​ຕ່າງ​ກັນ, ມຸ້ງ​ໄປ​ເຖິງ​​ເປັນ​ເອກະ​ພາບ​ບັນດາ​ເນື້ອ​ໃນ​ສັບສົນ​ເພື່ອ​​ໃຫ້​ເໝາະ​ສົມ​ກັບ​ພຶດຕິ​ກຳ, ກຳລັງ​ຄວາມ​ສາມາດ​ຂອງ​ແຕ່ລະ​ຝ່າຍ. ນີ້​ກໍ​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ທາ​ບທາມ​ຄຳ​ເຫັນ​ພາຍ​ໃນ​ປະ​ເທດ, ກ້າວ​ໄປ​ເຖິງ​ການ​ເຈລະຈາ​ຢ່າງ​ເລິກ​ເຊິ່ງ ​ແລະ ລະອຽດ​ກວ່າ​ໃນ​ການ​ເຈລະຈາ​ຮອບ​ຕໍ່​ໄປ.

 

 

ຂ່າວ/ບົດ​ອື່ນ