ການເຈລະຈາເສດຖະກິດຂັ້ນສູງຫວຽດນາມ-ຝຣັ່ງ

ການເຈລະຈາເສດຖະກິດຂັ້ນສູງຫວຽດນາມ-ຝຣັ່ງ - ảnh 1
ການເຈລະຈາເສດຖະກິດ​ຂັ້ນ​ສູງ​ປະຈຳ​ປີ​ລະຫວ່າງ ຫວຽດນາມ ​ແລະ ຝຣັ່ງ ຄັ້ງ​ທີ 4

(vovworld) – ວັນ​ທີ 25/7, ທີ່​ສຳນັກງານ​ກະຊວງ​ເສດຖະກິດ, ການ​ເງິນ ​ແລະ ວຽກ​ງານ​ຂອງ ຝຣັ່ງ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​​ເຈລະຈາ​ເສດຖະກິດ​ຂັ້ນ​ສູງ​ປະຈຳ​ປີ​ລະຫວ່າງ ຫວຽດນາມ ​ແລະ ຝຣັ່ງ ຄັ້ງ​ທີ 4 . ທີ່​ການ​ເຈລະຈາ​ດຳ​ເນີນ​ໃນ​ເວລາ​ກ່ອນ​ການ​ມາຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ປະທານາທິບໍດີ ຝຣັ່ງ Francois Hollande ​ເຊິ່ງຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ຕົ້ນ​ເດືອນ 9. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ ຫງວຽນ​ເທ໋​ເຟືອງ ​ແລະ ລັດຖະມົນຕີ​ຮັບຜິດຊອບ​ການ​ຄ້າ​ຕ່າງປະ​ເທດ, ສົ່ງ​ເສີມ​ການທ່ອງທ່ຽວ ​ແລະ ຊາວ ຝຣັ່ງ ຢູ່​ຕ່າງປະ​ເທດ Matthias Fekl, ພ້ອມ​ກັນ​ຢັ້ງຢືນ​ຄວາມ​ສຳຄັນ​ຂອງ​ການ​ເຄື່ອ​ນ​ໄຫວ​ເຈລະຈາ​ປະຈຳ​ປີ​ຂອງ​ການ​ຜັນ​ຂະຫຍາຍຢ່າງ​ລະອຽດ​​ໃນການ​ຮ່ວມ​ມື​ດ້ານເສດຖະກິດ​ໃນ​ຂົງ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່ 2 ປະ​ເທດ​ໄດ້​ເຊັນ​ໃນ​ປີ 2013. ກ່າວ​ຄຳ​ເຫັນ​​ໄຂ​ການ​ເຈລະຈາ, ທ່ານ ລັດຖະມົນຕີ Matthias Fekl ​ເນັ້ນ​ໜັກ​ວ່າ:

        “ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ມີພື້ນຖານ​ເສດຖະກິດ​ຂະຫຍັນ​ຂັນ​ເຄື່ອນ​ດ້ວຍ​ລະດັບ​ການ​ເຕີບ​​ໂຕ​ໃນ​ປີ​ກ່ອນກາຍ​ແມ່ນ 7%. ພວກ​ຂ້າພະ​ເຈົ້າ​ໄດ້​ຕີ​ລາຄາ​ສູງ​ເລື່ອງ​ເປີດ​ປະຕູ​ພື້ນຖານ​​ເສດຖະກິດ, ​ເລື່ອງ​ເຊື່ອມ​ໂຍງ​ສຳຄັນ​ຂອງ ຫວຽດນາມ ຜ່ານ​ການ​ເຊັນ​ຂໍ້​ຕົກລົງ​ສາກົນ​ສຳຄັນ​ຫຼາຍ​ສະບັບ. ການ​ແລກປ່ຽນ​ດ້ານເສດຖະກິດ​ລະຫວ່າງ 2 ປະ​ເທດ​ກໍ່​ບັນ​ລຸ​ລະດັບ​​ເພີ່ມ​ຂຶ້ນ, ​ເປັນ 5,6 ຕື້ ​ເອີ​ໂຣ ​ໃນ​ປີ​ກາຍ, ໝາຍ​ຄວາມ​ວ່າ​ເພີ່ມຂຶ້ນ 43%, ​ແຕ່​ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ແງ່​ຫວັງ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຍັງ​ໃຫຍ່​ຫຼວງ​ຢູ່. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ການມາ​ຢ້ຽມຢາມ ຫວຽດນາມ ຂອງ​​ປະທານາທິບໍດີ ຝຣັ່ງ ຈະ​ສ້າງ​ກຳລັງ​ໜູນ​ໃໝ່, ນຳ​ມາ​ໃຫ້​ຫຼາຍ​ໂຄງການ​ຮ່ວມ​ມື​ໃໝ່​ລະອຽດ ​ແລະ ຊ່ວຍ 2 ປະ​ເທດ​ຊຸກຍູ້​ການ​ຮ່ວມ​ມື​​ໃຫ​້ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.”

        ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ ຫງວຽນ​ເທ໋​ເຟືອງ ​ກໍ່​ເນັ້ນ​ໜັກວ່າ​ຄວາມມຸ່ງ​ຫວັງ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ ຫວຽດນາມ ​ແມ່ນພ້ອມ​ກັບ ຝຣັ່ງ ພັດທະນາ​ການ​ຮ່ວມ​ມື 2 ຝ່າຍ, ຊຸກຍູ້​ການ​ຮ່ວມ​ມື​ດ້ານເສດຖະກິດ.


ຂ່າວ/ບົດ​ອື່ນ