ການເຕີບໂຕທົ່ວໂລກຄາດວ່າບັນລຸລະດັບ 2,4% ໃນປີ 2013

(vovworld)-   ວັນ​ທີ 21/1 ຢູ່ ຮ່າ​ໂນ້ຍ, ທະນາຄານ​ໂລກ ( WB ) ຢູ່ ຫວຽດນາມ ​ໄດ້​ປະກາດ​ບົດ​ລາຍ​ງານ​ແງ່​ຫວັງ​ເສດຖະກິດ​ທົ່ວ​ໂລກ ປີ 2013, ​ໃນ​ນັ້ນ​ໄດ້​ເຕື້ອງ​ເຖິງ​ສະພາບ​​ເສດຖະກິດ ຫວຽດນາມ. ​ໃນ​ການ​ປະຊຸມ​ຂ່າວ, ທ່ານ Deepak Mishra ຜູ້​ຊ່ຽວຊານ​ເສດຖະກິດ, ຫົວຫນ້າ​ອົງການ​ຜູ້ຕາງຫນ້າ​ທະນາຄານ​ໂລກ​ປະຈຳ ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ: ການຈະ​ເລີ​ນ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ ຫວຽດນາມ ​ໃນ​ປີ 2012 ຢູ່​ໃນ​ລະດັບ 5,2% ​ແລະ ຄາດ​ວ່າ​ຈ​ະ​​ເພີ່ມ​ຂຶ້ນ​ປະມານ 5,5% ​ໃນ​ປີ 2013. ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ແມ່ນ​ບຸລິມະສິດ​ຂອງ​ລັດຖະບານ.

ການເຕີບໂຕທົ່ວໂລກຄາດວ່າບັນລຸລະດັບ 2,4% ໃນປີ 2013 - ảnh 1
ພາບປະກອບ:internet

ກ່ຽວ​ກັບ​ແງ່​ຫວັງ​ເສດຖະກິດ​ທົ່ວ​ໂລກ​ປີ 2013, ທ່ານ Andrew Burns ຫົວຫນ້າ​ຫນ່ວຍ​ຄົ້ນ​ຄ້ວາເສດຖະກິດມະຫາ​ພາກ, ​ຊຶ່ງ​​ເປັນ​ຜູ້​ຂຽນ​ບົດ​ລາຍ​ງານ​ດັ່ງກ່າວ​ໄດ້​ເນັ້ນ​ຫນັກ​ວ່າ: 4 ປີ​ພາຍຫລັງ​ວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກ, ພື້ນຖານ​ເສດຖະກິດ​ໂລກ​ຍັງ​ຄົງ​ສືບ​ຕໍ່​ປະສົບ​ກັບ​ຄວາ​ຫຍຸ້ງຍາກ. ບັນດາ​ພື້ນຖານ​ເສດຖະກິດ​ພວມ​ພັດທະນາ​ຍັງ​ຄົງ​ສວມ​ບົດບາດນຳ​ຫນ້າ​ຂອງ​ການ​ເຕີບ​ໂຕ​ທົ່ວ​ໂລກ ​ແຕ່​ລະດັບ​ຈະ​ເລີ​ນ​ເຕີບ​​ໂຕ​ຊັກ​ຊ້າ. ​ເບິ່ງ​ລວມ​ແລ້ວ, ການ​ເຕີບ​ໂຕ​ທົ່ວ​ໂລກຈະ​ບັນລຸ​ຢູ່ໃນ​ລະດັບ 2,4% ​ໃນ​ປີ 2013.

ຂ່າວ/ບົດ​ອື່ນ