ການ​ເລືອກ​ຕັ້ງ ຢູ່ ອາ​ເມ​ລິ​ກາ ໃນ​ປີ 2020: ປະ​ທາ​ນາ​ທິ​ບໍ​ດີ Donald Trump ສືບ​ຕໍ່​ຮັກ​ສາ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ການ​ຂົນ​ຂວາຍກອງ​ທຶນ​ຫາ​ສຽງ​ເລືອກ​ຕັ້ງ​ຄືນ​ໃໝ່

(VOVWORLD) -  ວັນທີ 20 ມິຖຸນາ, ຄະນະຂົນຂວາຍຫາສຽງເລືອກຕັ້ງຂອງທ່ານປະທານາທິບໍດີ Donald Trump ແລະ ຄະນະກຳມະການແຫ່ງຊາດພັກ ສາທາລະນະ (RNC) ປະກາດວ່າ ໄດ້ສ້າງກອງທຶນ ດ້ວຍຈຳນວນເງິນປະມານ  74 ລ້ານ USD ໃນເດືອນພຶດສະພາຜ່ານມາ.
ການ​ເລືອກ​ຕັ້ງ ຢູ່ ອາ​ເມ​ລິ​ກາ ໃນ​ປີ 2020: ປະ​ທາ​ນາ​ທິ​ບໍ​ດີ Donald Trump ສືບ​ຕໍ່​ຮັກ​ສາ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ການ​ຂົນ​ຂວາຍກອງ​ທຶນ​ຫາ​ສຽງ​ເລືອກ​ຕັ້ງ​ຄືນ​ໃໝ່ - ảnh 1ທ່ານອະດີດຮອງປະທານາທິບໍດີ Joe Biden ແລະ ທ່ານປະທານາທິບໍດີ Donald Trump (ພາບ:  AFP/TTXVN)


      
 ນີ້ແມ່ນຈຳນວນເງິນ ສ້າງກອງທຶນບັນລຸລະດັບສູງໃນເດືອນຂອງປະທານາທິບໍດີ Donald Trump ກໍຄື RNC, ສູງກວ່າ 12 ລ້ານ USD ເມື່ອທຽບໃສ່ຈຳນວນເງິນທີ່ເກັບມາໄດ້ໃນເດືອນເມສາ, ອັນໄດ້ຍົກຍອດຈຳນວນເງິນເກັບມາໄດ້ຂຶ້ນເຖິງ 817 ລ້ານ USD.

ເຖິງຢ່າງໃດກໍຕາມ, ຈຳນວນເງິນແຜ່ບໍລິຈາກໃນເດືອນພຶດສະພາດັ່ງກ່າວ ຍັງຕ່ຳກວ່າເມື່ອທຽບໃສ່ຈຳນວນເງິນ  81 ລ້ານ USD ເຊິ່ງຜູ້ສະໝັກເລືອກຕັ້ງປະທານາທິບໍດີ ສັງກັດພັກປະຊາທິປະໄຕ Joe Biden ແລະ ຄະນະກຳມະການແຫ່ງຊາດ ພັກປະຊາທິປະໄຕ (DNC)  ເກັບມາໄດ້ໃນເວລາດຽວກັນ. ນີ້ກໍແມ່ນເດືອນສ້າງກອງທຶນດີທີ່ສຸດຂອງທ່ານ Joe Biden ແລະ DNC ໄລ່ຮອດຈຸດເວລານີ້ ໃນບັ້ນຫາສຽງເລືອກຕັ້ງໃນປີ 2020.

ຕາມທ່ານປະທານ RNC Ronna McDaniel,  ການນຳພາຢ່າງສະເໝີຕົ້ນສະເໝີປາຍຂອງທ່ານປະທານາທິບໍດີ Donald Trump ແລະ ບັນດາການກະທຳທີ່ບໍ່ເຄີຍມີມາ ໃນໄລຍະທີ່ເຕັມໄປດ້ວຍສິ່ງທ້າທາຍນີ້ ແນ່ນອນວ່າ ຈະກໍ່ສຽງກັງວານສຳລັບຊາວ ອາເມລິກາ ພ້ອມທັງຖືວ່າ ບັ້ນຫາສຽງເລືອກຕັ້ງຂອງທ່ານ ປະທານາທິບໍດີ Donald Trump ແລະ RNC ຍັງສືບຕໍ່ໄດ້ຮັບການສະໜັບສະໜູນໃນທົ່ວປະເທດ ອາເມລິກາ ແລະ ສິ່ງນີ້ ຈະຊ່ວຍນຳໄຊຊະນະມາສູ່ທ່ານ ປະທານາທິບໍດີ Donald Trump ໃນການເລືອກຕັ້ງທີ່ຈະດຳເນີນໃນເດືອນພະຈິກຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ