ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ 2020: ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ D.Trump ໄດ້ມີ​ບັດ​ສະ​ໜັບ​ສະ​ໜູນລື່ນ​ກາຍ​ຜູ້​ສະ​ໝັກ​ເລືອກ​ຕັ້ງ J.Biden ໃນ​ການຢັ່ງຫາງ​ສຽງຢູ່ Iowa

(VOVWORLD) -ຕາມໝາກຜົນຂອງການຢັ່ງຫາງສຽງຢູ່ລັດ Iowa ທີ່ໄດ້ຮັບການປະກາດໃນວັນທີ 4 ພຶດສະພາ. ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີບັດສະໜັບສະໜູນລື່ນກາຍຜູ້ສະໝັກເລືອກຕັ້ງປະທານາທິບໍດີຂອງພັກປະຊາທິປະໄຕ Joe Biden ດ້ວຍ 2%. 

ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ 2020: ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ D.Trump ໄດ້ມີ​ບັດ​ສະ​ໜັບ​ສະ​ໜູນລື່ນ​ກາຍ​ຜູ້​ສະ​ໝັກ​ເລືອກ​ຕັ້ງ J.Biden ໃນ​ການຢັ່ງຫາງ​ສຽງຢູ່ Iowa - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຜູ້ສະໝັກເລືອກຕັ້ງ Joe Biden

  (ພາບ:  AFP/TTXVN)

ໝາກຜົນຂອງການຢັ່ງຫາງສຽງໂດຍບໍລິສັດ Public Policy Polling ຈັດຕັ້ງ, ມີ 48%ຜູ້ຖືກຖາມໄດ້ສະແດງຄວາມສະໜັບສະໜູນຕໍ່ທ່ານປະທານາທິບໍດີ Donald Trump, ໃນຂະນະນັ້ນ, ທ່ານ Joe Biden ອະດີດຮອງປະທານາທິບໍດີ ກໍ່ມີອັດຕາບັດສະໜັບສະໜູນແມ່ນ 46%.

        ຕາມໜັງສືພິມ The Hill ໝາກຜົນຂອງການສຳຫຼວດສະແດງໃຫ້ເຫັນວ່າ ການແຂ່ງຂັນລະຫວ່າງ ພັກສາທາລະນະ ແລະ ພັກປະຊາທິປະໄຕພວມດຳເນີນຢ່າງດຸເດືອດຢູ່ທາງທິດຕາເວັນຕົກພາກກາງຂອງປະເທດອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ