ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ: ມີ​ຜູ້​ມີ​ສິດ​ເລືອກ​ຕັ້ງ ອາ​ເມ​ລິ​ກາ ກ່​ວາ 30 ລ້ານ​ຄົນ ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ກ່ອນກຳ​ນົດ​ເວ​ລາ​

(VOVWORLD) -ວັນທີ 3 ພະຈິກ, ມີຜູ້ມີສິດເລືອກຕັ້ງ ອາເມລິກາ ກ່ວາ 30 ລ້ານຄົນ ໄປປ່ອນບັດເລືອກຕັ້ງກ່ອນກຳນົດເວລາ ໃນການເລືອກຕັ້ງກາງອາຍຸຢູ່ ອາເມລິກາ. 
ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ: ມີ​ຜູ້​ມີ​ສິດ​ເລືອກ​ຕັ້ງ ອາ​ເມ​ລິ​ກາ ກ່​ວາ 30 ລ້ານ​ຄົນ ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ກ່ອນກຳ​ນົດ​ເວ​ລາ​ - ảnh 1ພາບປະກອບ: AP

ບັນດາລັດ ມີຈຳນວນບັດເລືອກຕັ້ງໄວທີ່ສຸດລວມມີ: California, Texas ແລະ Florida ດ້ວຍບັດເລືອກຕັ້ງຢ່າງໜ້ອຍສຸດແມ່ນ 4 ລ້ານບັດ, ໃນຂະນະນັ້ນ ລັດທີ່ມີຈຳນວນບັດເລືອກຕັ້ງໜ້ອຍທີ່ສຸດ 3 ລ້ານບັດລວມມີ: Washington, Georgia ແລະ North Carolina. ບັນດາລັດທີ່ຍັງເຫຼືອບັນລຸບັດເລືອກຕັ້ງແຕ່ 2 ລ້ານບັດລົງໄປ. ໃນຈຳນວນນີ້, ລັດ Georgia ໄດ້ດຶງດູດຄວາມສົນໃຈຫຼາຍທີ່ສຸດ ດ້ວຍອັດຕາບັດເລືອກຕັ້ງກ່ອນກຳນົດເວລາເພີ່ມຂຶ້ນລະດັບສູງທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ເຖິງວ່າ ອຳນາດການປົກຄອງລັດ ໂດຍພັກສາທາລະນະ ນຳພາ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການຈຳກັດບັດເລືອກຕັ້ງໃນປີກາຍນີ້.

ການເລືອກຕັ້ງກາງອາຍຸໄດ້ຮັບຖືວ່າແມ່ນ ການລົງປະຊາມະຕິ ທົ່ວສະຫະລັດ ສຳລັບໝາກຜົນຂອງການບໍລິຫານລັດຖະບານ ຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ເວົ້າສະເພາະ ແລະ ພັກປະຊາທິປະໄຕເວົ້າລວມ ໃນເວລາເກືອບ 2 ປີຜ່ານມາ. ໝາກຜົນຂອງການເລືອກຕັ້ງກໍ່ຈະສະແດງໃຫ້ເຫັນສັນຍານກ່ຽວກັບແນວທາງນະໂຍບາຍພາຍໃນປະເທດ ແລະ ຕ່າງປະເທດຂອງ ປະເທດ ອາເມລິກາໃນ 2 ປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ