ການ​ເລືອກ​ຕັ້ງທົ່ວ​ປະ​ເທດ ໄທ​ຈະ​ດຳ​ເນີນ​ຕາມ​ແຜນ


ການ​ເລືອກ​ຕັ້ງທົ່ວ​ປະ​ເທດ ໄທ​ຈະ​ດຳ​ເນີນ​ຕາມ​ແຜນ - ảnh 1
ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍິ່ງ​ຮັກ ຊີ​ນນະ​ວັດ

 (ພາບ: AFP-TTXVN)

 (vovworld)- ​ນີ້​ແມ່ນ​ຂ່າວ​​ໄດ້​ປະກາດ​ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ວັນ​ທີ 28/1, ພາຍຫຼັງ​ການ​ພົບ​ປະລະ​ຫວ່າງ​ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍິ່ງ​ຮັກ ຊີ​ນນະ​ວັດ ​ແລະ ທ່ານ​ປະທານ​ຄະນະ​ກຳມະການ​ເລືອກ​ຕັ້ງ ສົມ​ຊາຍ ​ເພື່ອ​ປຶ​ກສາ​ຫາ​ລ່ກ່ຽວ​ກັບ​ຄວາມ​ສາມາດ​ໂຈະ​ການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ໄວ້. ການ​ປະຊຸມ​ຂ່າວ​ດຳ​ເນີນ​ໄປ​ໃນ​ສະພາບ​ການ​ທີ່​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ໄດ້​ປິດ​ລ້ອມ​ສະ​ໂມ​ສອນກອງ ທັບ​ຢູ່​ຊານ​ນະຄອນຫຼວງ​ບາ​ງກອກ ຊື່​ງ​ແມ່ນ​ສະຖານ​ທີ່​ຈັດຕັ້ງການ​ປະຊຸມ ​ເພື່ອ​ຮຽກຮ້ອງ​ໃຫ້ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຈົ່ງ​ລາ​ອອກ​ຈາກ​ຕຳ​ແໜ່​ງ ກ່ອນທີ່​ຈັດບໍ່​ວ່າການ​ເລືອ​ກຕັ້ງຄັ້ງ​ໃດ. ​ໃນ​ຂະນະ​ນັ້ນ, ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ການ​ປະຊຸມ​ຄະນະ​ລັດຖະບານ​ປະຈຳ​ອາທິດ​ໃນ​ວັນ​ທີ 28/1, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ໄທ ສຸຣາພົງ ຊີ້​ແຈງ​ວ່າ: ລັດຖະບານ​ຊົ່ວຄາວ​ຢາກ​ໃຫ້ການ​ເລືອກ​ຕັ້ງຈັດ​ຂຶ້ນ​ໃນ​ທ້າຍ​ອາທິດ​ນີ້ ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ແຫ່​ຂະ​ບວນປະ​ທ້ວງ​ຂອງ​ຝ່າຍ​ຄ້ານ​ນາບ​ຂູ່​ກີດຂວາງ​ການປ່ອນ​ບັດ​ເລືອກ​ຕັ້ງ./.

ຂ່າວ/ບົດ​ອື່ນ