ການເລືອກຕັ້ງປະທາ ນາທິບໍດີອາເມລິກາ: ຄວາມມານະພະຍາ ຍາມສຸດທ້າຍ

ການເລືອກຕັ້ງປະທາ ນາທິບໍດີອາເມລິກາ: ຄວາມມານະພະຍາ ຍາມສຸດທ້າຍ - ảnh 1

ທ່ານ Barack Obama ​ແລະ​ ທ່ານ Mitt Romney

(ພາບ:thanhnien.com.vn)

(VOV)- ​ໃນ​ວັນ​ສຸດ​ທ້າຍ​ຂອງ​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງເປັນປະທາ​ນາ​ທິ​ບໍດີ​ອາ​ເມ​ລິ​ກາ, ປະທານາທິບໍດີ Barack Obama  ​ແລະ ທ່ານ Mitt Romney ​ແລະ​ບັນດາ​ຜູ້​ຮ່ວມ​ງານ​ໄດ້​ມີ​ແຜນ​ຂົນຂວາຍ​ຫຼາຍ​ທີ່​ສຸດ​ຢູ່​ບັນດາ​ລັດທີ່​ມີ​ລັກສະນະ​ຕັດສິນ. ວັນ​ທີ 6/11, ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ  Romney ​ໄດ້​ໄປລັດ Ohio ​ແລະ Pennsylvania ດວ້ຍຄວາມ​ຫວັງ​ຈະ​ເກ້ຍກ່ອມ​ບັນດາ​ຜູ້​ມີ​ສິດ​ເລືອ​ກຕັ້ງທີ່​ພວມລັ່ງ​ເລ​ໃຈ. ກ່ອນ​ໜ້ານັ້ນທ່ານ​ໄດ້​ມີບົດ​ກ່າວ​ປາ​ໄສ​ຢູ່​ລັດ Florida ຊື່​ງ​ໄດ້​ເວົ້າເຖິງ​ອະນາຄົດ​ຂອງ​ປະ​ເທດ​ອາ​ເມ​ລິ​ກາ ຖ້າ​ຫາກ​ວ່າ​ທ່ານ​ກາຍ​ເປັນ​ປະທານາທິບໍດີ:

   “ອະນາຄົດ​ອັນ​ສົດ​ໃສ, ​ເປີດ​ກ້ວາງ​ພວມ​ລໍຄອຍ​ພວກ​ເຮົາ. ຈົ່ງ​ຮຽງ​ບ່າ​ຮຽງ​ໄລ່​ກັບ​ຂ້າພະ​ເຈົ້າ. ນັບ​ແຕ່​ມື້​ອື່ນ​ພວກ​ເຮົາ​ຈະ​ເລີ່​ມຕົ້ນອະນາຄົດ​ໃໝ່. ພວກ​ເຮົາ​ຈະ​ສ້າງ​ປະ​ເທດ​ອາ​ເມ​ລິ​ກາ ມີ​ຄວາມ​ເຂັ້ມ​ແຂງ ​ແລະ ວັດທະນາ​ຖາວອນ“.

   ​ໃນ​ວັນ​ດຽວ​ກັນ, ປະທານາທິບໍດີ Barack Obama  ​ໄດ້​ດຳ​ເນີນ​ບັນດາ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອ​ກຕັ້ງຢູ່ລັດ Wisconsin, Ohio ​ແລະ Iowa ກ່ອນ​ທີ່​ຈະ​ກັບ​ຄືນ Chicago ​ເພື່ອ​ຕິດຕາມ​ໝາກຜົນ​ການ​ເ​ລື​ອກຕັ້ງ. ກ່າວ​ຄຳ​ເຫັນ​ຕໍ່ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງລັດ Wisconsin, ປະທານາທິບໍດີ Barack Obama  ​ເນັ້ນໜັກ​ວ່າ:

  “ນີ້​ແມ່ນ​ຈຸດ​ເວລາທີ່ພວກເຮົາ​ຕ້ອງ​ມຸ້ງ​ໄປ​ເຖິງ​ອະນາຄົດ​, ເພື່ອສັ່ງສອນ​ລູກ​ຫຼານ, ບຳລຸງ​ສ້າງ​ຖັນ​ແຖວ​ກຳມະກອນ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃໝ່, ສົ່ງ​ນັກຮົບ​ກັບ​ເມືອ​ບ້ານ, ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ອະດີດ​ນັກຮົບ, ຟື້ນຟູ​ພື້ນຖານ​ປະຊາທິປະ​ໄຕ. ພວກ​ເຮົາ​ຈະ​ຢັ້ງຢືນ​ຈິດ​ໃຈ​ສ້າງ​ປະ​ເທດ​ອາ​ເມ​ລິ​ກາ ​ເປັນ​ປະ​ເທດໝັ້ນຄົງ​ເຂັ້ມ​ແຂງຄືນ​ໃໝ່“.

 

 

ຂ່າວ/ບົດ​ອື່ນ