ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ 2022: ທ່ານ​ນາງ Le Pen ຜູ້​ອອກ​ສະ​ໜັກ​ເລືອ​ກ​ຕັ້ງ ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ ສະ​ໜັບ​ສະ​ໜູນ​ໃຫ້​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ NATO - ລັດ​ເຊຍ

(VOVWORLD) -ວັນທີ 13 ເມສາ, ທ່ານນາງ Marine Lepen ຜູ້ອອກສະໝັກເລືອກຕັ້ງປະທານາທິບໍດີ ພັກຝ່າຍຂວາຂອງຝລັ່ງ ໃຫ້ຮູ້ວ່າ ທ່ານນາງຈະສະເໜີການປັບປຸງການພົວພັນລະຫວ່າງ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ແລະ ລັດເຊຍ.
ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ 2022: ທ່ານ​ນາງ Le Pen ຜູ້​ອອກ​ສະ​ໜັກ​ເລືອ​ກ​ຕັ້ງ ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ ສະ​ໜັບ​ສະ​ໜູນ​ໃຫ້​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ NATO - ລັດ​ເຊຍ - ảnh 1ທ່ານນາງ Marine Lepen ຜູ້ອອກສະໝັກເລືອກຕັ້ງປະທານາທິບໍດີ ພັກຝ່າຍຂວາຂອງຝລັ່ງ
(ພາບ: AFP/TTXVN)

ໄປຄຽງຄູ່ກັນນັ້ນ, ທ່ານນາງ Marine Lepen ກໍ່ໃຫ້ຮູ້ວ່າ: ຖ້າທ່ານເອງໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ຝລັ່ງ, ອີກຄັ້ງໜຶ່ງ ປາຣີ ຈະຖອນຕົວອອກຈາກກອງບັນຊາການໃຫຍ່ກຳລັງ NATO ຄືກັບທີ່ໄດ້ປະຕິບັດມາໃນປີ 1966. ນອກຈາກນັ້ນ, ທ່ານນາງ Marine Lepen ຍັງເນັ້ນໜັກວ່າ ບໍ່ຢາກຖອກປະເທດຝລັ່ງ ອອກຈາກ ສະຫະພາບ ເອີລົບ (EU) ແລະ ຢັ້ງຢືນວ່າ ທ່ານນາງຈະເຄົາລົບຂໍ້ຕົກລົງ ປາຣີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ