ການເລືອກຕັ້ງປະທານາທິບໍດີເລີ່ມແຕ່ຕອນເຊົ້າວັນທີ 08/11,ຕາມເວລາທ້ອງຖິ່ນ

ການເລືອກຕັ້ງປະທານາທິບໍດີເລີ່ມແຕ່ຕອນເຊົ້າວັນທີ 08/11,ຕາມເວລາທ້ອງຖິ່ນ - ảnh 1
ຜູ້​ອອກ​ສະ​​ໝັກ​ຮັບ​ເລືອກ​ຕັ້ງ​ພັກ​ປະ​ຊາ​ທິ​ປະ​ໄຕ Hillary Clinton
ແລະ ທ່ານ Donald Trump
(ພາບ​ປະ​ກອບ: AP)

(vovworld) - ​ຮ​ຸ່ງ​ເຊົ້າ​ວັນ​ທີ 08/11 (ຕາມ​ເວ​ລາ​ອາ​ເມ​ລິ​ກາ), ບັນ​ດາ​ສະ​ຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງ​ຢູ່​ລັດ New Hamshire ໄດ້​ເປີດ​ປະ​ຕູ ຕ້ອນ​ຮັບ​ຜູ້​ມີ​ສິດ​ເລືອກ​ຕ​ັ້ງ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີຜູ້​ທີ 45 ຂອງ​ອາ​ເມ​ລິ​ກາ, ເລີ່ມ​ເປີດ​​ສາກ​ການ​ເລືອກ​ຕັ້ງ​ປະ​ທານ​ນາ​ທິ​ບໍ​ດີ​ຢູ່​ປະ​ເທດນີ້ຢ່າງ​ເປັນ​ທາງ​ການ. ໃນ​ຈຳ​ນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ອາ​ເມ​ລິ​ກາ 200 ລ້ານ​ຄົນ, ຄາດ​ວ່າ, ຈະ​ມີ​ປະ​ມານ 120 ລ້ານຄົນ​ຈະ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ, ສະ​ມ​າ​ຊິກ​ສະ​ພາ​ຕ່ຳ​ທຸກ​ທ່ານ, 1/3 ຈຳ​ນວນ​ສະ​ມາ​ຊິກ​ສະ​ພາ​ສູງ ແລະ ຜູ້​ວ່າ​ການ​ລັດ. ຕາມ​ບັນ​ດາ​ການ​ຢ​ັ່ງ​ຫາງ​ສຽງ​ຄັ້ງ​ລ້າ​ສຸດ, ຜູ້​ອອກ​ສະ​​ໝັກ​ຮັບ​ເລືອກ​ຕັ້ງ​ພັກ​ປະ​ຊາ​ທິ​ປະ​ໄຕ Hillary Clinton ສືບ​ຕໍ່​ຍາດ​ໄດ​້ທ່າ​ໄດ້​​ປຽບ ຕໍ່​ຄູ່​ແຂ່ງ​ທ່ານ Donald Trump ຂອງ​ພັກ​ສາ​ທາ​ລະ​ນະ ດ້ວຍ​ໄລ​ຍະ​​ຫ່າງແຕ່ 2 – 5%.

        ບັນ​ດາ​ສະ​ຖານ​ທ​ີ່​ປ່ອນ​ບັດ​ຈະ​ອັດ​ປະ​ຕູ​ໃນ​ເວ​ລາ 24 ໂມງ, ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ວົງ​ການ​ສື່​ສານກໍ່​ຫວັງ​ວ່າ ​ສາ​ມາດ​ຄາດ​ຄະ​ເນ​ໝາກ​ຜົນ​ໃນ​ເບື້ອງ​ຕົ້ນ​ໃນ​ເວ​ລາ​ປະ​ມານ 22 ໂມງ ​ຂອງ​ວັນ​ດຽວ​ກັນ​ໄດ້, ພາຍ​ຫຼັງ​ບັນ​ດາ​ລັດ​ສຳ​ຄັນ​ສຳ​ເລັດ​ວິ​ວັດການ​ປ່ອນ​ບັດ. ເລື່ອງ​ປະ​ກາດ​ຜູ້​​ໄດ້ຮັບ​ໄຊ​ຊະ​ນະ ອາດ​ຈະ​ຕ້ອງ​ລໍ​ຖ້າ​ຮອດ​ວັນ​ທີ 09/11, ຖ​້າ​ຫາ​ກ​ຜູ້ອ​ອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ 2 ທ່ານມີ​ໝາກ​ຜົນຢ່າງ​​ເທົ່າ​ທຽມ​ກັນ​.

ຂ່າວ/ບົດ​ອື່ນ