ການເລືອກຕັ້ງຢູ່ສ.ເຊັກ: ພັກສັງຄົມ - ປະຊາທິປະໄຕ ຍາດໄດ້ໄຊຊະນະ

ການເລືອກຕັ້ງຢູ່ສ.ເຊັກ: ພັກສັງຄົມ - ປະຊາທິປະໄຕ ຍາດໄດ້ໄຊຊະນະ - ảnh 1
ການນຳ ພັກ​ສັງຄົມ - ປະຊາທິປະ​ໄຕ
(ພາບ: Reuters)


(vovworld) - ສິ້ນ​ສຸດ​ການ​ເລືອກ​ຕັ້ງ​ສະພາ​ຕໍ່າ​ເຊັກ ​ກ່ອນ​ກຳນົດ​ເວລາ​​ໃນ​ວັນ​ທີ 26 ຕຸລາ, ພັກ​ສັງຄົມ - ປະຊາທິປະ​ໄຕ (CSSD) ​ຍາດ​ໄດ້​ທີ່​ໜຶ່ງ ດ້ວຍ​ກວ່າ 20% ຈຳນວນ​ບັດ​ສະໜັບສະໜູນ ​ເທົ່າ​ກັບ 50 ຈຳນວນທີ່​ນັ່ງ. ​ແຕ່ບໍ່ໍພຽງພໍ​ເພື່ອຕັດສິນ, ​ເຮັດ​ໃຫ້​ການ​ສ້າງ​ຕັ້ງ​ລັດຖະບານ​ປະສົມກາຍ​ເປັນບັນຫາສັບສົນ​ສຳລັບ​ພັກ​ນີ້.

        ທ່ານ​ອະດີດລັດຖະມົນຕີ​ກະຊວງ​ການ​ເງິນ Sobotka, ການນຳ CSSD ​ຖະ​ແຫຼ​ງວ່າ ​​ໄດ້​ກຽມພ້ອມ​ໃຫ້​ແກ່​ການ​ເຈລະຈາ​ທີ່​ຫຍຸ້ງຍາກ ​ແລະ ຢືນຢັນ​ຈະ​ມານະ​ພະຍາຍາມ​ເພື່ອ​ສ້າງ​ຕັ້ງ​ລັດຖະບານ​ທີ່​ເໝາະ​ສົມ ​ແລະ ມີສະຖຽນ​ລະ​ພາບ. ທ່ານ​ຢືນຢັນ​ວ່າ ຈະ​ຮ່ວມ​ມື​ກັບ​ທຸກໆ​ພັກ​ຝ່າຍ, ​ເວັ້ນ​ເສຍ​ແຕ່ 2 ​ພັກ​ເບື້ອງ​ຂວາ​ໃນ​ລັດຖະບານ​ທີ​ໄກ້​ຈະ​ໝົດ​ອາຍຸ​ການ. ​ໃນ​ຂະນະ​ນັ້ນ, ກາ​ນນຳຂະ​ບວນການ Ano ຖະ​ແຫຼ​ງວ່າ​ ຈະ​ບໍ່​ເຂົ້າ​ຮ່ວມ​ລັດຖະບານ​ຂອງ CSSD, ຍ້ອນ​ປະຈຸ​ບັນ​ເງື່ອນ​ໄຂ​ຮ່ວມ​ມື​ບໍ່​ອະນຸດ​ຍາດ. ໝາກຜົນ​ການ​ເລືອກ​ຕັ້ງ ຄາດ​ວ່າ​ຈະ​ໄດ້​ຮັບປະກາດ​​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 30 ຕຸລາ ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ