ການເລືອກຕັ້ງຢູ່ອາເມລິກາ 2020: ຜູ້ສະໝັກເລືອກຕັ້ງ Joe biden ສືບຕໍ່ລື່ນກາຍປະທານາທິບໍດີ D.Trump ໃນການຢັ່ງຫາງສຽງ

(VOVWORLD) -ທ່ານອະດີດຮອງປະທານາທິບໍດີ Joe Biden ໄດ້ຮັບການສະໜັບສະໜູນແມ່ນ 49% ເມື່ອທຽບໃສ່ອັດຕາການສະໜັບສະໜູນທ່ານປະທານາທິບໍດີ Donald Trump ແມ່ນ 41%

ການເລືອກຕັ້ງຢູ່ອາເມລິກາ 2020: ຜູ້ສະໝັກເລືອກຕັ້ງ Joe biden ສືບຕໍ່ລື່ນກາຍປະທານາທິບໍດີ D.Trump ໃນການຢັ່ງຫາງສຽງ - ảnh 1 ທ່ານ J.Biden ແລະ ທ່ານ D.Trump

(ພາບ: TTXVN)

ໝາກຜົນການຢັ່ງຫາງສຽງໂດຍມະຫາວິທະຍາໄລ Quinnipiac ປະຕິບັດ ເຊິ່ງໄດ້ປະກາດໃນວັນທີ 18 ມິຖຸນາ ໄດ້ສະແດງໃຫ້ເຫັນວ່າ, ທ່ານອະດີດຮອງປະທານາທິບໍດີ Joe Biden ໄດ້ຮັບການສະໜັບສະໜູນແມ່ນ 49% ເມື່ອທຽບໃສ່ອັດຕາການສະໜັບສະໜູນທ່ານປະທານາທິບໍດີ Donald Trump ແມ່ນ 41% ໃນການຊ່ວງເສັງເຂົ້າທຳນຽບຂາວ ໃນເດືອນ ພະຈິກ 2020 ນີ້.

        ຕາມການຢັ່ງຫາງສຽງດັ່ງກ່າວແລ້ວ, ໂດຍບໍ່ຫົວຊາຕໍ່ສະພາບການວຸ້ນວາຍໃນຊຸມເດືອນຫວ່າງມໍ່ໆມານີ້, ການຊ່ວງເສັງລະຫວ່າງທ່ານ D.Trump ແລະ ທ່ານ J.Biden ບໍ່ມີການປ່ຽນແປງຫຍັງຫຼາຍ. ບັນດາການຢັ່ງຫາງສຽງເຊິ່ງມະຫາວິທະຍາໄລ Quinnipiac ດຳເນີນໃນເດືອນ ກຸມພາ ແລະ ເມສາ ຜ່ານມາ ກໍ່ສະແດງໃຫ້ເຫັນວ່າ, ທ່ານ J.Biden ໄດ້ລື່ນກາຍຄູ່ແຂ່ງຂອງຕົນດ້ວຍໄລຍະຫ່າງທີ່ຄ້າຍຄືກັນ.

ຕອບກັບ

ຂ່າວ/ບົດ​ອື່ນ