ການເລືອກຕັ້ງຢູ່ອາເມລິກາ: ທ່ານ Joe Biden ຖະແຫລງຮັບໄຊຊະນະ

(VOVWORLD) -ທ່ານ Joe Biden ຢືນຢັນວ່າ: ການເລືອກເຟັ້ນຂອງປະຊາຊົນໄດ້ນຳມາເຊິ່ງໄຊຊະນະຈະແຈ້ງໃຫ້ແກ່ປະເທດ ອາເມລິກາ ແລະ ທ່ານໃຫ້ຄຳໝັ້ນສັນຍາ ບຸລິມະສິດການຊອກຫາ “ຄວາມສາມັກຄີ”ໃນອາຍຸການຈະມາເຖິງ

ການເລືອກຕັ້ງຢູ່ອາເມລິກາ: ທ່ານ Joe Biden ຖະແຫລງຮັບໄຊຊະນະ - ảnh 1 ທ່ານ Joe Biden ຖະແຫລງຮັບໄຊຊະນະ 

ພາບ:: Getty Images

ຕອນເຊົ້າວັນທີ 8 ພະຈິກ ຕາມເວລາ ຫວຽດນາມ, ຜູ້ສະໝັກເລືອກຕັ້ງພັກປະຊາທິປະໄຕ ໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2020, ທ່ານ Joe Biden ມີບົດກ່າວຖະແຫລງຮັບໄຊຊະນະໃນການແຂ່ງຂັນໄດ້ຮັບຖືວ່າແມ່ນມີຫລາຍສິ່ງທີ່ແຕກຕ່າງກັນທີ່ສຸດໃນປະຫວັດສາດຂອງປະເທດນີ້, ສ່ວນຫລາຍຍ້ອນຜົນກະທົບຈາກໂລກລະບາດໂຄວິດ 19.

          ທ່ານ Joe Biden ຢືນຢັນວ່າ: ການເລືອກເຟັ້ນຂອງປະຊາຊົນໄດ້ນຳມາເຊິ່ງໄຊຊະນະຈະແຈ້ງໃຫ້ແກ່ປະເທດ ອາເມລິກາ ແລະ ທ່ານໃຫ້ຄຳໝັ້ນສັນຍາ ບຸລິມະສິດການຊອກຫາ “ຄວາມສາມັກຄີ”ໃນອາຍຸການຈະມາເຖິງ.

 ທ່ານ Joe Biden ຢືນຢັນ: ຫນ້າທີ່ຈະມາເຖິງຂອງລັດຖະບານຊຸດໃຫມ່ ແມ່ນລະດົມທຸກ “ວິທີການອັນຖືກຕ້ອງ” ເພື່ອສຸມແຫລ່ງກຳລັງທັງໝົດໃຫ້ແກ່ການຕໍ່ສູ້ຕ້ານໂຄວິດ 19 ແລະ ກໍ່ສ້າງປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ. ທ່ານ ໝັ້ນໝາຍວ່າ ຈະບໍລິຫານລັດຖະບານ ໃນຖານະເປັນປະທານາທິບໍດີຂອງປະຊາຊົນທຸກຄົນ ແລະ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອສຳເລັດຫນ້າທີ່ໂດຍປະຊາຊົນມອບໝາຍໃຫ້.

ເນື່ອງໃນເຫດການສຳຄັນນີ້, ວັນທີ 7 ພະຈິກ ເມື່ອໄດ້ຮັບຂ່າວຈາກສື່ມວນຊົນວ່າ ທ່ານ Joe Biden  ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອາເມລິກາຢ່າງເປັນທາງການ, ມີປະຊາຊົນ ອາເມລິກາ ຢູ່ ນິວຢອກ ນັບພັນໆຄົນ ໄດ້ພາກັນລົງຖະຫນົນອວຍພອນໄຊຊະນະຂອງທ່ານ Joe Biden .

ຕອບກັບ

ຂ່າວ/ບົດ​ອື່ນ