ການ​ເລືອກ​ຕັ້ງ​ຢູ່​ເມືອງ​ເກາະ​ເຈື່ອງ​ຊ​າ ດຳ​ເນີນ​ໄປ​ຢ່າງ​ປອດ​ໄພ ແລະ ຖືກ​ຕາມ​ແຜນ​ການ

(VOVWORLD) -"ເຖິງວ່າ ຢູ່ບາງເກາະອາກາດບໍ່ອຳນວຍຄວາມສະດວກກໍ່ຕາມ ແຕ່ບັນດາເກາະໄດ້ຈັດຕັ້ງການປ່ອນບັດເລືອກຕັ້ງຢ່າງຖືກຕ້ອງຕາມແຜນການ, ມີຄວາມເປັນລະບຽບຮຽບຮ້ອຍ, ປອດໄພ, ຖືກຕາມກົດໝາຍ ແລະ ໝັ້ນໝາຍວ່າ ໝາກຜົນຂອງການເລືອກຕັ້ງຈະມີຜົນສຳເລັດຢ່າງຈົບງາມ."
ການ​ເລືອກ​ຕັ້ງ​ຢູ່​ເມືອງ​ເກາະ​ເຈື່ອງ​ຊ​າ ດຳ​ເນີນ​ໄປ​ຢ່າງ​ປອດ​ໄພ ແລະ ຖືກ​ຕາມ​ແຜນ​ການ - ảnh 1ຜູ້ມີສິດເລືອກຕັ້ງປ່ອນບັດເລືອກຕັ້ງຢູ່ເມືອງເກາະເຈື່ອງຊາ

ຕາມຂ່າວທີ່ໄດ້ໃຫ້ຮູ້ເມື່ອວັນທີ 16 ພຶດສະພາ, ຢູ່ ສະຖານທີ່ປ່ອນບັດເລືອກຕັ້ງ 20 ຈຸດ ທີ່ເມືອງ ຊອງຕືໄຕ, ຊິງຕົນ ແລະ ເທດສະບານເມືອງ ເຈື່ອງຊາ ໄດ້ປະຕິລັດສຳເລັດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026. ທ່ານ ເລືອງຊວັນຢາບ, ຮອງປະທານຄະນະກຳມະການ ເລືອກຕັ້ງເມືອງເກາະເຈື່ອງຊາ, ຜູ້ຮັບຜິດຊອບການເມືອງ ຄະນະເຈື່ອງຊາ ໃຫ້ຮູ້ວ່າ:

ເຖິງວ່າ ຢູ່ບາງເກາະອາກາດບໍ່ອຳນວຍຄວາມສະດວກກໍ່ຕາມ ແຕ່ບັນດາເກາະໄດ້ຈັດຕັ້ງການປ່ອນບັດເລືອກຕັ້ງຢ່າງຖືກຕ້ອງຕາມແຜນການ, ມີຄວາມເປັນລະບຽບຮຽບຮ້ອຍ, ປອດໄພ, ຖືກຕາມກົດໝາຍ ແລະ ໝັ້ນໝາຍວ່າ ໝາກຜົນຂອງການເລືອກຕັ້ງຈະມີຜົນສຳເລັດຢ່າງຈົບງາມ. ບັນດາເກາະທັງຈັດຕັ້ງການປ່ອນບັດເລືອກຕັ້ງ, ທັງຍົກສູງສະຕິລະວັງຕົວ, ກຽມພ້ອມສູ້ຮົບ, ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຢ່າງໝັ້ນຄົງ, ພິເສດແມ່ນໃນໂອກາດດຳເນີນວັນບຸນໃຫຍ່ຂອງຊາດ. 

ຕອບກັບ

ຂ່າວ/ບົດ​ອື່ນ