ການເລືອກຕັ້ງຢູ່ໄທຈະດຳເນີນໄປໃນວັນທີ 2/2/2014

ການເລືອກຕັ້ງຢູ່ໄທຈະດຳເນີນໄປໃນວັນທີ 2/2/2014 - ảnh 1
ທ່ານ​ນາງນາຍົກລັດຖະມົນຕີ​ໄທ ຍິງ​ຣັກ ຊິນນະ​ວັດ
(ພາບອີນເຕີແນັດ)


(vovworld) - ຕອນ​ຄຳ່​ວັນ​ທີ 9/12, ພະ​ບາດ​ສົມ​ເດັດ ພະ​ເຈົ້າ​ມະຫາ​ຊີວິດ​ໄທ ພູມີ​ພົນ ອະ​ດູ​ນຢາ​ເດດ ​ໄດ້​ໃຫ້​ສັດຕະຍາບັນ​ຂໍ້​ຕົກລົງ​ຍຸບ​ເລີກ​ສະພາ​ແຫ່ງ​ຊາດ ​ແລະ ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ໃໝ່​ໃນ​ວັນ​ທີ 02/02/2014. ຂໍ້​ຕົກລົງ​ດັ່ງກ່າວ​ຖືກ​ຍົກ​ອອກ​ມາ ພາຍຫຼັງ​ທ່ານ​ນາງນາຍົກລັດຖະມົນຕີ​ໄທ ຍິງ​ຣັກ ຊິນນະ​ວັດ​ຖະ​ແຫຼ​ງຍຸບ​ເລີກ​ສະພາ​​ແຫ່ງ​ຊາດ​ໃນ​ວັນ​ທີ 09/12 ​ແລະ ຈະ​ຈັດ​ ການ​ເລືອກ​ຕັ້ງ​ໃນ​​ໄລຍະເວລາ​ທີ່​ເໝາະ​ສົມ, ​ເພື່ອ​ແນ​ໃສ່​ຢຸດຕິ​ວິ​ກິດ​ການ​ການ​ເມືອງ​​ໃນ​ປະຈຸ​ບັນ.

        ​ແຕ່​​ໂດຍ​ບໍ່​ຫົວຊາ​ຕໍ່​ເລື່ອງ​ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ​ໄດ້ມານະ​ພະຍາຍາມ​ລຸດຜ່ອນ​ຄວາ​ມ​ເຄັ່ງ​ຕຶງ​ດ້ວຍຄຳຖະ​ແຫຼ​ງດັ່ງກ່າວ, ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຍັງ​ຢືນຢັນ​ ພຽງ​ແຕ່​ຍຸບ​ເລີກ​ການ​ແຫ່​ຂະ​ບວນປະ​ທ້ວງ​​ເມື່ອ​ສະພາ​ປະຊາຊົນ​​ໄດ້​ຮັບ​ການ​ສ້າງ​ຕັ້ງຕາມຄຳ​ສະ​ເໜີ​ຂອງ​ເຂົາ​ເຈົ້າ​ເທົ່າ​ນັ້ນ. ຕາມ​ການ​ຄາດ​ຄະ​ເລ​ຂອງ​ຕຳຫຼວດ​ແລ້ວ, ມີ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ປະມານ 160.000 ຄົນ ​ໄດ້​​ແຫ່​ຂະ​ບວນຢູ່​ອ້ອມ​ສຳນັກງານ​ລັດຖະບານ ຢູ່​ນະຄອ​​ນຫຼວງ​ບາງກອກ ​ໃນ​ວັນ​ທີ 09/12.

        ​ໃນ​ຖະ​ແຫຼ​ງ​ການເມື່ອ​ຕອນ​ຄໍ່າ​ວັນ​ທີ 09/12, ຫົວໜ້າ​ຜູ້​ແຫ່​ຂະ​ບວນປະ​ທ້ວງ ສຸ​ເທບ ​ເທືອ​ກສຸບັນ ຢືນຢັນ​ຈຸດປະສົງ​ຂອງ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ບໍ່​ພຽງ​ແຕ່​​ຍຸບ​ເລິກ​ສະພາ​ແຫ່ງ​ຊາດ​ເທົ່າ​ນັ້ນ ​ແລະ ຖື​ວ່າ ​ວຽກ​ງານ​ທັງ​ໝົດ​ພຽງ​ແຕ່​​ມີຄວາມ​ໝາຍ​ເມື່ອລັດຖະບານ​ຊົ່ວ​ຄາວ​ໃນ​ປະຈຸ​ບັນ​ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ ​ເພື່ອ​ສ້າງ​ຕັ້ງ​ສະ​ພາ​ປະຊາຊົນ​ແນ​ໃສ່​ປະຕິ​ຮູບ​ດ້ານ​ການ​ເມືອງ ກ່ອນ​ດຳ​ເນີນ​ການ​ເລືອກ​ຕັ້ງ​ລັດຖະບານ​ໃໝ່.
ຂ່າວ/ບົດ​ອື່ນ