ການເລືອກຕັ້ງອາເມລິກາ 2020: ບັນດາຜູ້ສະໜັກເລືອກຕັ້ງຍູ້ແຮງການເຄື່ອນໄຫວຫາສຽງເລືອກຕັ້ງຕອນສຸດທ້າຍ

(VOVWORLD) -ບັ້ນຫາສຽງເລືອກຕັ້ງປະທານາທິບໍດີອາເມລິກາ ປີ 2020 ຂອງບັນດາຜູ້ສະໜັກເລືອກຕັ້ງ ສືບຕໍ່ໄດ້ຮັບການຊຸກຍູ້ໃນວັນທີ 27 ຕຸລາ.

ການເລືອກຕັ້ງອາເມລິກາ 2020: ບັນດາຜູ້ສະໜັກເລືອກຕັ້ງຍູ້ແຮງການເຄື່ອນໄຫວຫາສຽງເລືອກຕັ້ງຕອນສຸດທ້າຍ - ảnh 1 ທ່ານປະທານາທິບໍດີ Donald Trump ໄດ້ໄປເຖິງ 3 ລັດເຊິ່ງທ່ານຍາດໄດ້ໄຊຊະນະໃນການເລືອກຕັ້ງປີ 2016

(ພາບປະກອບ: AFP/TTXVN)

ທ່ານປະທານາທິບໍດີ Donald Trump ໄດ້ໄປເຖິງ 3 ລັດເຊິ່ງທ່ານຍາດໄດ້ໄຊຊະນະໃນການເລືອກຕັ້ງປີ 2016. ບັ້ນຫາສຽງເລືອກຕັ້ງຂອງທ່ານ D.Trump ໃນວັນທີ 27 ຕຸລາ ສິ້ນສຸດລົງຢູ່ Omaha, ລັດ Nebraska. ຫຼັງຈາກນັ້ນ, ທ່ານ D.Trump ສືບຕໍ່ໄປເຖິງ Nevada ເພື່ອກະກຽມໃຫ້ບັ້ນຫາສຽງເລືອກຕັ້ງໃນວັນຕໍ່ມາ ຢູ່ບາງລັດພາກຕາເວັນຕົກ.

        ໃນຂະນະນັ້ນ, ຜູ້ສະໝັກເລືອກຕັ້ງເປັນຮອງປະທານາທິບໍດີ, ທ່ານ Mike Pence ພວມຜັນຂະຫຍາຍບັນດາບັ້ນຫາສຽງເລືອກຕັ້ງຢູ່ບັນດານະຄອນຄື: Greensboro, ລັດ Carolina ເໜືອ ແລະ Greenville, ລັດ Carolina ໃຕ້.

        ແລະກໍ່ໃນວັນທີ 27 ຕຸລາ, ລັດ Maryland ແລະ ລັດ Carolina ເໜືອ ໄດ້ດຳເນີນການປ່ອນບັດກ່ອນກຳນົດເວລາຢ່າງເປັນທາງການ. ເຖິງວ່າຮອດວັນທີ 03 ພະຈິກ ຈຶ່ງຮອດວັນເລືອກຕັ້ງຢ່າງເປັນທາງການກໍ່ຕາມ, ແຕ່ໄລ່ຮອດວັນທີ 27 ຕຸລາ, ຍອດຈຳນວນບັດເລືອກຕັ້ງກ່ອນກຳນົດເວລາຂອງຜູ້ມີສິດເລືອກຕັ້ງ ໄດ້ບັນລຸຕົວເລກສູງສະຖິຕິ.

ຕອບກັບ

ຂ່າວ/ບົດ​ອື່ນ