ການ​ເສັງ​ຊອກ​ຮູ້​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ ຜ່ານ​ອິນ​ເຕີ​ເນັດ

(VOVWORLD) -ເປົ້າໝາຍທີ່ໄດ້ເຂົ້າຮ່ວມການເສັງນີ້ແມ່ນ ພົນລະເມືອງ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ.

        ກະຊວງຍຸຕິທຳ ໄດ້ເປັນປະທານ ແລະ ສົມທົບກັບ ຫ້ອງວ່າການສະພາແຫ່ງຊາດ ຈັດຕັ້ງການເສັງຜ່ານທາງອິນເຕີເນັດ ດ້ວຍຫົວຂໍ້ “ຊອກຮູ້ກ່ຽວກັບກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ”  ນັບແຕ່ເວລາ 0 ໂມງ 00 ນາທີຂອງວັນທີ 1 ເມສາ 2021 ຫາເວລາ 24 ໂມງ 00 ນາທີຂອງວັນທີ 30 ເມສາ 2021. ນີ້ແມ່ນການເຄື່ອນໄຫວຕອບສະໜອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ເຊິ່ງຈະຖືກຈັດຂຶ້ນໃນວັນທີ 23 ພຶດສະພາ 2021.

ການເສັງຖືກຈັດຂຶ້ນໂດຍຜ່ານທາງອິນເຕີເນັດ ໃນເວັບໄຊ: https://thitimhieuphapluat.moj.gov.vn. ເປົ້າໝາຍທີ່ໄດ້ເຂົ້າຮ່ວມການເສັງນີ້ແມ່ນ ພົນລະເມືອງ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ. ຜູູ້ຍາດໄດ້ລາງວັນຈະໄດ້ຮັບໃບຢັ້ງຢືນ ພ້ອມດ້ວຍເຄື່ອງສັນຍະລັກ (ຖ້າມີ) ແລະ ລາງວັນມີມູນຄ່າດັ່ງນີ້: ລາງວັນທີ 1 ມີໜຶ່ງລາງວັນ: 6 ລ້ານດົ່ງຕໍ່ລາງວັນ; ລາງວັນທີ 2 ມີຫ້າລາງວັນ: 3 ລ້ານດົ່ງຕໍ່ລາງວັນ; ລາງວັນທີ 3 ມີສິບລາງວັນ: 2 ລ້ານດົ່ງຕໍ່ລາງວັນ ແລະ ລາງວັນຊົມເຊີຍມີ 20 ລາງວັນ: 1 ລ້ານດົ່ງຕໍ່ລາງວັນ. 

ຕອບກັບ

ຂ່າວ/ບົດ​ອື່ນ