ການເສັງສີມືການຊ່າງ ອາຊຽນ ຄັ້ງທີ 10 ປີ 2014

ການເສັງສີມືການຊ່າງ ອາຊຽນ ຄັ້ງທີ 10 ປີ 2014 - ảnh 1
(ການ​ປະຊຸມ​ຂ່າວ ການເສັງສີມືການຊ່າງ ອາຊຽນ ຄັ້ງທີ 10 ປີ 2014)

(vovworld)​ ​ - ການ​ເສັງ​ສີມື​ການ​ຊ່າງ ອາ​ຊຽນ ຄັ້ງ​ທີ 10 ​​ຈະໄດ້ດຳ​ເນີນ​ແຕ່ວັນ​ທີ 19-29/10/2014 ຢູ່​ຮ່າ​ໂນ້ຍ, ດ້ວຍ​ຫົວ​ຂໍ້: “ ທັກ​ສະ​ວິຊາ​ຊີບ-​ຄຸນຄ່າ​ແທດ​ຈິງ​ຂອງ​ພວກ​ເຮົາ” ​ໄດ້ດຶງ​ດູດ​ນາຍ​ຊ່າງ​ເກືອບ 300 ຄົນທີ່​ມາ​ຈາກ 10 ປະ​ເທດ​ສະມາຊິກ ອາ​ຊຽນ ​ເຂົ້າ​ຮ່ວມ, ດ້ວຍ 25 ວິຊາ​ຊີບ​. ການ​ເສັງ​ສີມື​ການ​ຊ່າງ ອາ​ຊຽນ ຄັ້ງ​ທີ 10, ຊຸກ​ຍູ້ຂະ​ບວນການ​ຮຳ່ຮຽນ ​ແລະ ການ​ສອນວິຊາ​ຊີບ, ຫຼໍ່​ຫຼອມ​ທັກ​ສະ​ວິຊາ​ຊີບ​ຂອງລຸ້ນໜຸ່ມ​ທົ່ວ​ປະ​ເທດ ​ໃນ​ບັນດາພື້ນຖານ​ສອນ​ວິຊາ​ຊີບ ​ແລະ ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ໄລຍະ 2011-2020. ຄຽງ​ຂ້າງ​ນັ້ນ, ການ​​ເສັງ​ກໍ່​ຊຸກ​ຍູ້ ​ແລະ ຍົກ​ສູງ​ມາດຖານ​ທັກ​ສະ​ວິຊາ​ຊີບ​​ແຫ່ງ​ຊາດ ຂອງ​ແຕ່ລະ​ປະ​ເທດ​ສະມາຊິກ ອາ​ຊຽນ ​ເວົ້າ​ສະ​ເພາະ ​ແລະ ພາກ​ພື້ນ​ເວົ້າ​ລວມ. ກ່າວ​ຄຳ​ເຫັນ​ທີ່ການ​ປະຊຸມ​ຂ່າວ, ທ່ານ​ຮອງ​ລັດຖະມົນຕີກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫງວຽນ​ງອກ​ຟີ ​ໃຫ້​ຮູ້​ວ່າ:

        ນາຍົກລັດຖະມົນຕີຮຽກຮ້ອງ​ວ່າ ຜ່ານ​ການຈັດ​ຕັ້ງ​ການ​ເສັງ​ສີມື​ການ​ຊ່າງ​ຄັ້ງ​ນີ້, ພວກ​ເຮົາ​ຕ້ອງ​ບັນລຸ​​ໄດ້​ຫຼາຍ​ຄວາມ​ຮຽກຮ້ອງ​ ໃນ​ນັ້ນ​ຕ້ອງເຮັດ​ແນວ​ໃດ​​ເພື່ອຈັດ​ຕັ້ງ​ການ​ເສັງ​ ​ໃຫ້​ມີວິ​ທະຍາ​ສາດ, ​ເຄັ່ງ​ຄັດ, ມີ​ຫຼາຍ​ມາດຖານ, ສາມາດ​ແນະນຳຮູບ​ພາບ​ປະ​ເທດ​ຊາດຫວຽດນາມ ​ແລະ​ ຊາວ​ຫວຽດນາມ​ເຖິງ​ເພື່ອນ​ມິດສາ​ກົນ​​ໄດ້ຫຼາຍ​ທີ່​ສຸດ.

ຂ່າວ/ບົດ​ອື່ນ