ການແກ້ໄຂຄວາມເຄັ່ງຕຶງຢູ່ທະເລຕາເວັນອອກຄວນມີເຈດຕະນາດີຈາກທັງ 2 ຝ່າຍ

ການແກ້ໄຂຄວາມເຄັ່ງຕຶງຢູ່ທະເລຕາເວັນອອກຄວນມີເຈດຕະນາດີຈາກທັງ 2 ຝ່າຍ   - ảnh 1
ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຫວຽດນາມ ທ່ານເລຫາຍບີງ 

(vovworld)-   ຫວຽດນາມ​ໄດ້​ຢືນຢັນ​ຫຼາຍ​ເທື່ອ​ກ່ຽວ​ກັບຫຼັກ​ໝັ້ນທີ່​ມີ​ຕໍ່ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ. ຫວຽດນາມ​ເດັດ​ດຽວ​ຄັດຄ້ານ ​ແລະ ຮຽກຮ້ອງ​ຈີນ​ຢຸດຕິ​ບັນດາ​ການ​ກະທຳ​ຜິດພາດ​ໃນ​ທັນ​ທີ່, ​ເຄົາລົບ​ກົດໝາຍ​ສາກົນ, ປະຕິບັດ DOC ຢ່າງ​ເຂັ້ມ​ງວດ ​ແລະ ບໍ່​ມີ​ການ​ກະທຳ​ຄ້າຍຄື​ກັນ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຫວຽດນາມ ທ່ານເລຫາຍບີງ ​ໄດ້​ເນັ້ນ​ໜັກ​ຄື​ດັ່ງກ່າວ​ທີ່​ການ​ປະຊຸມ​ຂ່າວ​ນັດ​ສາມັນ​ເມື່ອ​ຕອນ​ບ່າຍ​ວັນ​ທີ 26/6 ຢູ່​ຮ່າ​ໂນ້ຍ.

ທ່ານເລຫາຍບີງຊີ້​ແຈ້ງວ່າ ​ໃນ​ຊຸມ​ມື້​ທີ່​ຜ່ານ​ມາ , ​ໃນ​ຂະນະ​ທີ່​ຈີນນຳຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ພ້ອມ​ດ້ວຍ​ກຳ​ປັ່ນ​ຄຸ້ມ​ກັນ ​ແລະ ​ເຮືອບິນ​ຫຼາຍ​ລຳ​ເຂົ້າ​ເຄື່ອນ​ໄຫວຢ່າງ​ຜິດ​ກົດໝາຍ​ໃນເຂດ​​ເສດຖະກິດ​ຈຳ​ເພາະ ​ແລ​ະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ຈີນ​ພັດ​ສືບ​ຕໍ່​ມີ​ການ​ກະທຳ​ກໍ່​ຄວາມ​ເຄັ່ງ​ຕຶງ​ຄັ້ງ​ໃໝ່​ຄື ນຳຮ້ານ​ເຈາະ​ນ້ຳມັນ​ໜານ​ໄຮ 09 ​ແລະ ກຳ​ປັ່ນ​ສຳ​ຫຼວດຟີ​ຊິກ​ໜ່ວຍ​ໂລກ 719 ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ເຂດ​ທະ​ເລນ​ອກປາກ​ອ່າວ​ພາກ​ເໜືອ ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແບ່ງ​ກຳນົດ​ລະຫວ່າງ​ຫວຽດນາມ-ຈີນ, ​ເປີດ​ກ້ວາງການ​ກໍ່ສ້າງ ​ແລະ ປ່ຽນ​ແປງ​ສະພາບ​ເດີມ​ຢ່າງ​ຜິດ​ກົດໝາຍ​ບາງ​ສະຖານ​ທີ່​ໃນ​ໝູ່​ເກາະ​ເຈືອງ​ຊາ​ຂອງ​ຫວຽດນາມ...ພິ​ເສດ​ແມ່ນ​ຈີນ​ໄດ້​ໃຫ້ຈຳໜ່າຍແຜນທີ່, ໃນນັ້ນມີເສັ້ນລີ້ນງົວ ທີ່ປົກຄຸມ​ເກືອບທົ່ວເຂດທະເລ ຕາເວັນອອກ.ທ່ານເລຫາຍບີງຊີ້ແຈ້ງວ່າ :

  “ ການຈຳໜ່າຍແຜນທີ່, ໃນນັ້ນມີເສັ້ນລີ້ນງົວທີ່ປົກຄຸມທົ່ວເຂດທະເລ ຕາເວັນອອກ ແມ່ນການກະທຳລ່ວງລະເມີດກົດໝາຍສາກົນຢ່າງຮ້າຍແຮງ. ດັ່ງທີ່ພວກເຮົາໄດ້ຮູ້ແລ້ວວ່າ ການທ່ວງເອົາເສັ້ນລີ້ນງົວຂອງຈີນໄດ້ຖືກ ຄັດ​ຄ້ານຈາກບັນດາປະເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ​, ​ແລະ ຫວຽດນາມ​ເດັດ​ດຽວ​ຄັດຄ້ານ​ການ​ກະທຳ​ທີ່​ຜິດພາດ​ນີ້​ຂອງ​ຈີນ ” .

    ທ່ານເລຫາຍບີງ ຍັງ​ຢືນຢັນ​ວ່າ ຫວຽດນາມ​ມີ​ແຜນ​ນະ​ໂຍບາຍ​ແກ້​ໄຂ​ບັນຫາ​ດ້ວຍ​ມາດ​ຕະການ​ໂດຍ​ສັນຕິ​ວິທີ. ​ແຕ່​ເຈດ​ຕະນາ​ດີ ​ແລະ ຄວາມ​ຕັດສິນ​ໃຈ​ຄວນ​ມາ​ຈາກ​ທັງ 2 ຝ່າຍ. ຖ້າ​ຫາກ​ຝ່າຍ​ໜຶ່ງ​ຍັງ​ຄົງມີການ​ກະທຳ​ຜິດພາດ​ແຕ່​ລຳພັງ​ຝ່າຍ​ດຽວ​ນັ້ນ, ສະພາບ​ການຈະ​ນັບ​ມື້​ນັບ​ສັບສົນ ​ແລະ ​ເຄັ່ງ​ຕຶງ​ຂຶ້ນ​ກວ່າ​ອີກ.

          ທີ່​ການ​ປະຊຸມ​ຂ່າວ, ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຫວຽດນາມ ທ່ານເລຫາຍບີງ ອີກ​ເທື່ອ​ໜຶ່ງ​​ໄດ້​ຢ້ຳຄືນ​​ເລື່ອງ​ຫວຽດນາມ​ບໍ່​ເວັ້ນ​ເສຍກໍລະນີ​ນຳ​ບັນຫາ​ນີ້​ຂຶ້ນ​ສານ​ສາກົນ.

ຂ່າວ/ບົດ​ອື່ນ