ການແລກປ່ຽນດານຄ້າຫວຽດນາມ - ບຣາຊິນ ບັນລຸກວ່າ 2 ຕື້ USD

ການແລກປ່ຽນດານຄ້າຫວຽດນາມ - ບຣາຊິນ ບັນລຸກວ່າ 2 ຕື້ USD - ảnh 1
ພາບປະກອບ

(vovworld) – ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ກະຊວງ​ພັດທະນາ, ອຸດສາຫະກຳ ​ແລະ ການ​ຄ້າ ບຣາຊິນ ​ແລ້ວ. ປີ 2013 ຫວຽດນາມ​ ສົ່ງ​ອອກ​ສິນຄ້າ​ໄປ​ຍັງ ບຣາຊິນ 1.14 ຕື້ USD ​ແລະ ນຳ​ເຂົ້າ​ສິນຄ້າ​ຈາກ​ປະ​ເທດ​ນີ້ 1,19 ຕື້ USD, ​ເພີ່ມ​ຂຶ້ນ​ປະມານ 39,6% ​ແລະ 45%.

ການ​ແລກປ່ຽນ​ດ້ານ​ການ​ຄ້າ​ລະຫວ່າງ​ຫວຽດນາມ - ບຣາຊິນ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ນັບ​ແຕ່​ປີ 2000. ຕາມ​ການ​ສະຖິຕິ​ຂອງ​ກະຊວງ, ປີ 2005, ເປັນ​ຄັ້ງ​ທຳ​ອິດທີ່ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໄດ້ລື່ນ​ກາຍ​ຕົວ​ເລກ 100 ລ້ານ USD (ບັນລຸ​ກວ່າ 109 ລ້ານ USD), ​ແຕ່​ປີ 2011 ​ໄດ້​ບັນລຸ​ກວ່າ 1 ຕື້ USD.

ຂ່າວ/ບົດ​ອື່ນ