ການແລກປ່ຽນທາງອອນລາຍລະຫວ່າງລັດຖະມົນຕີການຕ່າງປະເທດຫວຽດນາມ ກັບອົດສະຕາລີ, ມາເລເຊຍ, ຟີລິບປິນ

(VOVWORLD) -ຕອນບ່າຍວັນທີ 14 ເມສາ, ທ່ານ ລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊນໄດ້ມີການແລກປ່ຽນທາງອອນລາຍກັບ ລັດຖະມົນຕີການຕ່າງປະເທດອົດສະຕາລີ ມາຣິດ ໄປນີ, ລັດຖະມົນຕີການຕ່າງປະເທດມາເລເຊຍ ຮຸດແຊນ, ລັດຖະມົນຕີການຕ່າງປະເທດຟີລິບປິນ ທີໂຣໂນ ລົກຊິນ
ການແລກປ່ຽນທາງອອນລາຍລະຫວ່າງລັດຖະມົນຕີການຕ່າງປະເທດຫວຽດນາມ ກັບອົດສະຕາລີ, ມາເລເຊຍ, ຟີລິບປິນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ

    ທີ່ບັນດາການແລກປ່ຽນ, ລັດຖະມົນຕີການຕ່າງປະເທດຂອງ 3 ປະເທດ ໄດ້ອວຍພອນທ່ານ ລັດຖະມົນຕີການຕ່າງປະເທດ ບຸຍແທງເຊີນ ຫາກໍໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ລັດຖະມົນຕີການຕ່າງປະເທດ; ຊົມເຊີຍເລື່ອງຫວຽດນາມປະສົບຜົນສຳເລັດໃນການຄວບຄຸມໂລກລະບາດໂຄວິດ-19 ແລະ ພັດທະນາເສດຖະກິດ-ສັງຄົມ.

     ສ່ວນ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ ໄດ້ຢືນຢັນວ່າ ອົດສະຕາລີ, ມາເລເຊຍ, ຟີລິບປິນ ແມ່ນບັນດາຄູ່ຮ່ວມມືທີ່ສຳຄັນທີ່ມີຕໍ່ຫວຽດນາມ.ບັນດາລັດຖະມົນຕີ ໄດ້ເຫັນດີນຳກັນວ່າ ໃນໄລຍະທີ່ຈະມາເຖິງ, ຈະສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ການພົວພັນກັບຫວຽດນາມໃນທຸກດ້ານ ໃຫ້ສືບຕໍ່ເຂົ້າສູ່ລວງເລິກ, ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ