ການແຫ່ຂະບວນຂະໜາດໃຫຍ່ຢູ່ ອາເມລິກາເພື່ອຄັດຄ້ານໄພຈຳແນກເຊື້ອຊາດຜິວພັນ
(VOVWORLD) -ນັບແຕ່ເດືອນພຶດສະພາ ເມື່ອພົນລະເມືອງຜິວສີ George Floyd ຖືກຕຳຫຼວດຜິວຂາວຍິງຕາຍ ຢູ່ນະຄອນ Minneapolis (ລັດນ້ອຍ Minnesota), ປະເທດອາເມລິກາ ກໍ່ເກີດມີການແຫ່ຂະບວນປະທ້ວງຢູ່ຫຼາຍນະຄອນໃຫຍ່, ໃນນັ້ນໄດ້ຫັນການແຫ່ຂະບວນປະທ້ວງໃຫ້ກາຍເປັນການຈະລາຈົນ ແລະ ສູ້ຢັນກັບຕຳຫຼວດ.
ການແຫ່ຂະບວນຂະໜາດໃຫຍ່ຢູ່ນະຄອນຫຼວງ ວໍຊີງຕັນ ຂອງ ອາເມລິກາ (ພາບ: AFP/TTXVN) |
ວັນທີ 28 ສິງຫາ, ການແຫ່ຂະບວນຂະໜາດໃຫຍ່ໄດ້ເກີດຂຶ້ນ ຢູ່ນະຄອນຫຼວງ ວໍຊີງຕັນ ຂອງ ອາເມລິກາ ເພື່ອແນໃສ່ຮຽກຮ້ອງໃຫ້ປ່ຽນແປງໂຄງປະກອບຕຸລາການທາງອາຍາ, ຮຽກຮ້ອງໃຫ້ມີຄວາມສະເໝີພາບກ່ຽວກັບເຊື້ອຊາດຜິວພັນ ແລະ ຄັດຄ້ານໄພຈຳແນກການປະພຶດຂອງຕຳຫຼວດສຳລັບຄົນຜິວສີ.
ນັບແຕ່ເດືອນພຶດສະພາ ເມື່ອພົນລະເມືອງຜິວສີ George Floyd ຖືກຕຳຫຼວດຜິວຂາວຍິງຕາຍ ຢູ່ນະຄອນ Minneapolis (ລັດນ້ອຍ Minnesota), ປະເທດອາເມລິກາ ກໍ່ເກີດມີການແຫ່ຂະບວນປະທ້ວງຢູ່ຫຼາຍນະຄອນໃຫຍ່, ໃນນັ້ນໄດ້ຫັນການແຫ່ຂະບວນປະທ້ວງໃຫ້ກາຍເປັນການຈະລາຈົນ ແລະ ສູ້ຢັນກັບຕຳຫຼວດ.