ການແຫ່ຂະບວນຄັ້ງປະຫວັດສາດຢູ່ຝຣັ່ງຄັດຄ້ານການກໍ່ການຮ້າຍ
Thuy Van,ນັກຂ່າວVOVປະຈຳຝຣັ່ງ -  
ຢູ່ນະຄອນຫຼວງ ປາຣີ ມີ 1,3 ລ້ານຄົນເຂົ້າຮ່ວມການແຫ່ຂະບວນ
(ພາບ: RT)
|
(vovworld) - ກ່ວາ 4 ລ້ານຄົນໄດ້ລົງຖະໜົນໃນວັນທີ 11/1, ເພື່ອອາໄລຫາຜູ້ປະສົບເຄາະຮ້າຍ 17 ຄົນ ໃນເຫດການຍິງປືນ ແລະ 2 ເຫດການຈັບຕົວປະກັນກໍ່ການຮ້າຍ, ໃນນັ້ນສະເພາະຢູ່ນະຄອນຫຼວງ ປາຣີ ມີ 1,3 ລ້ານຄົນ. ໃນການແຫ່ຂະບວນປະຫວັດສາດພ້ອມກັບຊາວ ຝຣັ່ງ ຍັງມີການນຳ 50 ປະເທດ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ພ້ອມກັບພະນັກງານສະຖານທູດ ຫວຽດນາມ ເປັນຈຳນວນຫຼວງຫຼາຍ ກໍ່ເຂົ້າຮ່ວມການແຫ່ຂະບວນສະໜັບສະໜູນຊາວຝຣັ່ງ. ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ພົນລະເມືອງ ຝຣັ່ງ ຜູ້ໜຶ່ງ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າມີຄວາມສະເທືອນໃຈ ແລະ ພິເສດເມື່ອມີໜ້າຢູ່ທີ່ນີ້ ແລະ ໄດ້ຮັບຟັງທຸກຄົນພ້ອມກັບອອກສຽງປົກປັກຮັກສາບັນດາຄຸນຄ່າຂອງພື້ນຖານສາທາລະນະ, ຂອງຄວາມເສລີດ້ານສື່ສານ… ນີ້ແມ່ນຈຸດເວລາສຳຄັນເພື່ອໃຫ້ທຸກຄົນພ້ອມກັນສາມັກຄີ ແລະ ປົກປັກຮັກສາບັນດາພື້ນຖານຂອງສາທາລະນະຝຣັ່ງ. ເພື່ອບັນລຸຜົນສຳເລັດໃນການຮົບຕ້ານກໍ່ການຮ້າຍ, ຕ້ອງມີການປະຕິຮູບຂອງທົ່ວສັງຄົມຝຣັ່ງ - ບ່ອນທີ່ເກີດບັນດາພາກສ່ວນກໍ່ການຮ້າຍ, ຕ້ອງປະຕິຮູບເພື່ອສະກັດກັ້ນພວກມັນ, ປະຕິຮູບຈາກກົກເຄົ້າເຫງົາກໍ, ຈາກພື້ນຖານການສຶກສາ.”
Thuy Van,ນັກຂ່າວVOVປະຈຳຝຣັ່ງ