ການແຫ່ຂະບວນປະ ທ້ວງຂະໜາດໃຫ່ຍ ກ່ວາໝູ່ຢູ່ກຳປູເຈຍ


ການແຫ່ຂະບວນປະ ທ້ວງຂະໜາດໃຫ່ຍ ກ່ວາໝູ່ຢູ່ກຳປູເຈຍ  - ảnh 1

 (ພາບ: baomoi.com)

(vovworld)-  ວັນທີ 22/12, ຢູ່ນະຄອນຫຼວງພະນົມເປັນ, ຝ່າຍຄ້ານກຳປູເຈຍ ໄດ້ປຸກລະດົມການແຫ່​ຂະ​ບວນປະ​ທ້ວງທີ່ຖືກຖືວ່າມີຂອບຂະໜາດໃຫ່ຍກ່ວາໝູ່ນັບແຕ່ ຫຼັງການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ​ເມື່ອ​ວັນ​ທີ 28/7 ດ້ວຍ​ຄຳ​ຮຽກຮ້ອງ​ທ່ວງ​ໃຫ້​ທ່ານ​ນາຍົກລັດຖະມົນຕີຮຸຍ​ແຊນ ລາ​ອອກ​ຈາກ​ຕຳ​ແຫຼ່ງ ​ແລະ ດຳ​ເນີນ​ການ​ເລືອ​ກຕັ້ງຄືນ​ໃໝ່. ​ໂດຍ​ບໍ່​ຫົວຊາ​ຕໍ່​ຄຳ​ສັ່ງ​ເກືອດ​ຫ້າມ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ນະຄອນ ​ແລະ ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດຊອບ, ຝ່າຍຄ້ານກຳປູເຈຍ ສືບ​ຕໍ່​ຫັນ​ການ​ແຫ່​ຂະ​ບວນປະ​ທ້ວງ​ເປັນ​ການ​ເດີນ​ຂະ​ບວນຂະໜາດ​ໃຫ່ຍ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ ປຊຊ ນັບ​ໝື່ນໆ​ຄົນ. ທ່ານຊາມ​ເຣັນຊີ, ການ​ນຳຝ່າຍຄ້ານຢືນຢັນ​ວ່າ ຈະ​ຈັດການ​ແຫ່​ຂະ​ບວນປ້ອງ​ທ້ວງ​ຕື່ມ​ອີກ “100 ຄັ້ງ“ ຈົນ​ເຖິງ​ເວລາ​ບັນລຸ​ໄດ້​ຈຸດປະສົງ​ຂອງ​ຕົນ ​ແລະ ກ່າວ​ເຕືອນ​ວ່າ​ຈະ​ປິດ​ລ້ອມ​ບັນດາ​ສາຍ​ທາງ​ຫຼວງ​ເຊື່ອມ​ຕໍ່ນະຄອນ ຫຼວງພະນົມເປັນ ກັບ​ເຂດ​ອື່ນໆ​ໃນ​ທົ່ວ​ປະ​ເທດ​ເພື່ອ​ແນ​ໃສ່​ກໍ່​ກຳລັງ​ດັນ​ຕໍ່​ລັດຖະບານ. ​ໂຕ້ຕອບ​ຄືນ​ຄຳ​ຮຽກຮ້ອງ​ຂອງ​ຝ່າຍ​ຄ້ານ, ທ່ານ​ນາຍົກລັດຖະມົນຕີຮຸຍ​ແຊນ ຢືນຢັນ​ວ່າ: ລັດຖະ​ທຳ​ມະນູນ​ກຳປູ​ເຈຍ ບໍ່​ກຳນົດ​ນາຍົກລັດຖະມົນຕີມີສິດຍຸບ​ເລີກ​ສະພາ​ແຫ່ງຊາດ. ທ່ານ​ນາຍົກລັດຖະມົນຕີຮຸຍ​ແຊນ ຍັງ​ເນັ້ນຫນັກ​ວ່າ: ທ່ານ​ເອງ​ກໍ່​ຄື​ລັດຖະບານ​ກຳປູ​ເຈຍ ​ໄດ້​ຮັບ​ການ​ເລືອກ​ຕັ້ງຢ່າງ​ປະຊາທິປະ​ໄຕ ​ແລະ ​ແນ່ນອນ​ວ່າ​ຈະ​ບໍ່​ລາ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ອາຍຸ​ກການ 5 ປີ​ຕໍ່​ໄປ./.

ຂ່າວ/ບົດ​ອື່ນ