ການ​ແຫ່​ຂະ​ບວນ​ປະ​ທ້ວງ ຄັດ​ຄ້ານ​ການ​ປະ​ຕິ​ຮູບຕຸ​ລາ​ການ​ຢູ່ ອິດ​ສະ​ຣາ​ແອັນ ສືບ​ຕໍ່​ເພີ່ມ​ຂຶ້ນ

(VOVWORLD) - ນີ້ແມ່ນອາທິດທີ 26 ຢ່າງລຽນຕິດ ທີ່ປະຊາຊົນ ອິດສະຣາແອັນ ຫຼາຍຄົນ ໄດ້ລົງຖະໜົນເພື່ອຄັດຄ້ານແຜນການປະຕິຮູບຕຸລາການ ໂດຍ ລັດຖະບານຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu ຊຸກຍູ້ປະຕິບັດ.
ການ​ແຫ່​ຂະ​ບວນ​ປະ​ທ້ວງ ຄັດ​ຄ້ານ​ການ​ປະ​ຕິ​ຮູບຕຸ​ລາ​ການ​ຢູ່ ອິດ​ສະ​ຣາ​ແອັນ ສືບ​ຕໍ່​ເພີ່ມ​ຂຶ້ນ - ảnh 1ປະຊາຊົນເຂົ້າຮ່ວມການແຫ່ຂະບວນປະທ້ວງເພື່ອຄັດຄ້ານການປະຕິຮູບຕຸລາການ ຢູ່ Tel Aviv (ພາບ: AFP/TTXVN)

ບັນດາຜູ້ຈັດການແກ່ຂະບວນປະທ້ວງ ຢູ່ ອິດສະຣາແອັນ ໃນວັນທີ 01 ກໍລະກົດ ໄດ້ຮຽກຮ້ອງໃຫ້ເພີ່ມທະວີບັນດາການແກ່ຂະບວນປະທ້ວງໃນຊຸມວັນຈະມາເຖິງ. ນີ້ແມ່ນອາທິດທີ 26 ຢ່າງລຽນຕິດ ທີ່ປະຊາຊົນ ອິດສະຣາແອັນ ຫຼາຍຄົນ ໄດ້ລົງຖະໜົນເພື່ອຄັດຄ້ານແຜນການປະຕິຮູບຕຸລາການ ໂດຍ ລັດຖະບານຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu ຊຸກຍູ້ປະຕິບັດ.

        ຕາມບັນດາຜູ້ຈັດຕັ້ງແລ້ວ, ວັນທີ 01 ກໍລະກົດ, ປະຊາຊົນ ໄດ້ເຕົ້ມໂຮມຢູ່ 150 ແຫ່ງໃນທົ່ວປະເທດ, ໃນນັ້ນ  ມີສະໜາມຫຼວງປະຊາທິປະໄຕ ຢູ່ຖະໜົນ Kaplan ຢູ່ Tel Aviv, ເຊິ່ງເປັນແຫ່ງທີີ່ມີຕຶກອາຄານສຳນັກງານປົກຄອງແຫ່ງລັດ.  ບັນດາຜູ້ແຫ່ຂະບວນປະທ້ວງ ໄດ້ຂວາງກັ້ນບາງເລນທາງໃນເສັ້ນທາງດ່ວນ Ayalon, ເຊິ່ງເປັນເສັ້ນທາງຄົມມະນາຄົມເຊື່ອມຈອດ Tel Aviv ກັບທາງທິດໃຕ້, ເຮັດໃຫ້ຕຳຫຼວດຈຳເປັນຕ້ອງນຳໃຊ້ມາດຕະການແຂງແກ່ນ ເພື່ອສະຫຼາຍການເຕົ້າໂຮມຂອງກຸ່ມຄົນດັ່ງກ່າວ ແລະ ຮັບປະກັນຄວາມປອດໄພໃນການສັນຈອນໄປມາ.

        ຄາດວ່າ, ຜູ້ແຫ່ຂະບວນປະທ້ວງ ຈະເຕົ້າໂຮມກັນຢູ່ນອກສະໜາມບິນສາກົນ Ben Gurion ໃນຕອນຄ່ຳວັນທີ 03 ກໍລະກົດ, ເຊິ່ງເປັນຈຸດເວລາທີ່ທ່ານນາຍົກລັດຖະມົນຕີ Netanyahu ເລີ່ມເດີນທາງໄປຢ້ຽມຢາມ ປະເທດ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ