ການແຫ່ຂະບວນປະທ້ວງ ຢູ່ອີຢີບ

ການແຫ່ຂະບວນປະທ້ວງ ຢູ່ອີຢີບ - ảnh 1

(ພາບ:.dangcongsan.vn)

(vovworld)-​ ວັນ​ທີ 26/7, ຊາວ​ອີ​ຢີບ ນັບ​ລ້ານ​ຄົນ​ໄດ້​ເຂົ້າຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງສະໜັບສະໜູນ​ກອງທັບ ​ໃນ​ຂະນະ​ທີ່​ຊາວ​ມຸດ​ສະ​ລິ​ມນັບ​ແສນ​ຄົນ ກໍ່​ໄດ້​ລົງ​ຖະໜົນ ສະ​ແດງ​ການ​ສະໜັບສະ​ໜູນ​ປະທານາທິບໍດີ ຜູ້​ທີ່​ຖືກ​ໂຄ່ນ​ລົ້ມ Mohamed Morsi.  ປຊຊ  ນັບ​ແສນ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ສະໜາມ​ຫຼວງ Tahrir  ​ແລະ ທຳນຽບປະທານາທິບໍດີ Ittihadia ກໍ່​ຄື​ໃນ​ຂົວ  Kasr El Nil ​ແລະ ຖະໜົນ Maspero, ຮ​້ອງ​ໂຮ່ຄຳ​ຂວັນ​ສະໜັບສະໜູນ​ກອງທັບ ​ແລະ ຄັດຄ້ານ​ອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ສະ​ລິ​ມ.

   ​ໃນ​ຂະນະ​ນັ້ນ, ຊາວ​ມຸດ​ສະ​ລິ​ມນັບ​ແສນ​ຄົນກໍ່ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ສະໜາມ​ຫຼວງ Rabaa Al Adawiya ຢູ່​ທາງ​ພາກ​ເໜືອ​ນະຄອນຫຼວງ​ກາຍ​ໂຣ ຊື່​ງ​ແມ່ນ​ສະຖານ​ທີ່​ເຕົ້າ​ໂຮມ​ຂອງ​ຜູ້​ສະໜັບສະໜູນ​ປະທານາທິບໍດີຜູ້​ທີ່​ຖືກ​ໂຄ່ນ​ລົ້ມ Mohamed Morsi ນັບ​ແຕ່​ວັນ​ທີ 28/6 ​ເພື່ອ​ແນ​ໃສ່​ຄັດຄ້ານການ​ລັດຖະປະຫານ ​ແລະ ຮຽກຮ້ອງ​ຟື້ນ​ຟູ​ຕຳ​ແໜ່​ງໃຫ້ການ​ນຳ​ທ່ານ​ນີ້. ​ໃນ​ວັນ​ດຽວ​ກັນ, ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງຕ່າງໆ​ຂອງ​ທັງ​ສອງ​ຝ່າຍ ​ໄດ້​ເກີ​ດຂຶ້ນ​ໃນ 21 ​ໃນ​ຈຳນວນ 27 ​ແຂວງ​ນະຄອນ​ໃນ​ທົ່ວ​ປະ​ເທດ​ອີ​ຢີບ ​ໂດຍ​ມີ​ການ​ເຂ​ົ້າຮ່ວມ​ຂອງ​ນັບພັນໆຄົນ.

 

 

ຂ່າວ/ບົດ​ອື່ນ