ການແຫ່ຂະບວນປະທ້ວງ ແຜ່ລາມອອກຢູ່ອີຢີບ

ການແຫ່ຂະບວນປະທ້ວງ ແຜ່ລາມອອກຢູ່ອີຢີບ - ảnh 1

(ພາບ:laodong.com.vn)

(vovworld)-​​​​ວັນ​ທີ 16/8, ຜູ້ສະໜັບສະໜູນອົງການອ້າຍນ້ອງຊາວມຸດສະລິມ ນັບພັນຄົນຢູ່​ອີ​ຢີບ ​ໄດ້​ລົງ​ຖະໜົນ​ສາຍ​ຕ່າງໆ​ຢູ່​ນະຄອນຫຼວງ​ກາຍ​ໂຣ ​ແລະ ສະຖານ​ທີ່​ອື່ນໆ​ເພື່ອ​ຄັດຄ້ານ​ກົດໄອຍະ​ການ​ເສິກ​ໂດຍກອງທັບ​ວາງ​ອອກ. ການ​ແຫ່​ຂະ​ບວນປະ​ທ້ວງ​ດຳ​ເນີນ​ໄປ​ເພື່ອ​ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງອົງການອ້າຍນ້ອງຊາວມຸດ ສະລິມ ພາຍຫຼັງ​ເຫດການ​ປາບ​ປາ​ມຂອງ​ຕຳຫຼວດ​ຕ້ານ​ການ​ຈະລາຈົນ​ເ​ມື່ອວັນ​ທີ 14/8 ຜ່ານ​ມາ. ທະຫານ​ຍັງ​ໄດ້​ຜັນ​ຂະຫຍາຍ​ເປັນ​ຈຳນວນ​ຫຼາຍ​ຢູ່​ກາຍ​ໂຣ. ການ​ປະ​ທະ​ກັນ​ລະຫວ່າງ​ຜູ້​ແຫ່​ຂະ​ບວນປະ​ທ້ວງ ​ແລະ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ເຮັດ​ໃຫ້ຜູ້​ແຫ່​ຂະ​ບວນປະ​ທ້ວງ 25 ຄົນ​ເສຍ​ຊີວິດ. ການ​ໃຊ້​ຄວາມ​ຮຸນ​ແຮງ​ຍັງ​ເກີດ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ​ຂອງ​ອີ​ຢີບ. ​ໃນ​ການ​ປະ​ທະ​ກັນ​ຢູ່​ນະຄອນ Ismailia ມີ​ຜູ້​ແຫ່​ຂະ​ບວນປະ​ທ້ວງຈົ່ງ​ຮັກ​ພັກດີ​ກັບ​ທ່ານ Morsi ຢ່າງ​ໜ້ອຍ​ສຸດ 9 ຄົນ​ເສຍ​ຊີວິດ ສ່ວນ​ຢູ່​ເທດສະບານ Damietta ​ແລະ ນະຄອນ Fayoum ມີຜູ້​ແຫ່​ຂະ​ບວນປະ​ທ້ວງ 9 ຄົນ​ເສຍ​ຊີວິດ ​ແລະ 70 ຄົນ​ຖືກ​ບາດ​ເຈັບ.

ຂ່າວ/ບົດ​ອື່ນ