ການແຫ່ຂະບວນປະທ້ວງຂອງພວກ “ເສື້ອເຫຼືອງ” ພວມດໍາເນີນໄປ ໃນທົ່ວປະເທດ ຝລັ່ງ

(VOVWORLD) -ກະຊວງພາຍໃນຝລັ່ງ ຄາດຄະເນວ່າ ມີພົນລະເມືອງປະມານ 22.000 ຄົນ ໄດ້ເຂົ້າຮ່ວມການແຫ່ຂະບວນປະທ້ວງດັ່ງກ່າວ

        ວັນທີ 26 ມັງກອນ, ບັນດາການແຫ່ຂະບວນປະທ້ວງຂອງພວກ “ເສື້ອເຫຼືອງ” ພວມດໍາເນີນຢູ່ຫຼາຍນະຄອນໃນທົ່ວປະເທດຝລັ່ງ, ໃນນັ້ນມີ ນະຄອນຫຼວງ ປາຣີ. ກະຊວງພາຍໃນຝລັ່ງ ຄາດຄະເນວ່າ ມີພົນລະເມືອງປະມານ 22.000 ຄົນ ໄດ້ເຂົ້າຮ່ວມການແຫ່ຂະບວນປະທ້ວງດັ່ງກ່າວ. ນີ້ແມ່ນ ອາທິດທີ 11 ທີ່ການແຫ່ຂະບວນປະທ້ວງຂອງພວກເສື້ອເຫຼືອງດໍາເນີນໃນທົ່ວປະເທດຝລັ່ງ ເພື່ອແນໃສ່ຄັດຄ້ານນະໂຍບາຍຂອງທ່ານປະທານາທິບໍດີ Emmanuel Macron. ການແຫ່ຂະບວນປະທ້ວງດໍາເນີນຢູ່ທົ່ວທຸກເຂດພາກ ຄື ນະຄອນຫຼວງ ປາຣີ ແລະ ດ້ວຍບັນດານະຄອນທີ່ອ້ອມຂ້າງຄື Bordeaux, Toulouse, ນະຄອນທ່າກໍ່າປັ່ນ Marseille, Lyon ແລະ ບັນດານະຄອນທາງພາກເໜືອອີກດ້ວຍ. ພຽງແຕ່ຢູ່ນະຄອນຫຼວງປາຣີ, ໄດ້ມີພົນລະເມືອງປະມານ 2.500 ຄົນເຂົ້າຮ່ວມການແຫ່ຂະບວນປະທ້ວງ.

        ອາທິດແລ້ວນີ້, ຂະບວນ “ເສື້ອເຫຼືອງ” ໄດ້ດໍາເນີນການແຫ່ຂະບວນປະທ້ວງມີຂອບຂະໜາດໃຫຍ່ຢູ່ຫຼາຍນະຄອນຂອງ ຝລັ່ງ ດ້ວຍການເຂົ້າຮ່ວມຂອງພົນລະເມືອງ 27.000 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ