ການແຫ່ຂະບວນປະທ້ວງຍັງຄົງເກີດຂຶ້ນຢູ່ບັງກາລາເທດ

ການແຫ່ຂະບວນປະທ້ວງຍັງຄົງເກີດຂຶ້ນຢູ່ບັງກາລາເທດ - ảnh 1
ຜູ້ເດີນຂະບວນປະທ້ວງຢູ່ນະຄອນຫຼວງ Dhaka
(ພາບ: ສຳນັກຂ່າວສານ ຊິນຮວາ-TTXVN)


(vovworld) – ຢ່າງ​ໜ້ອຍ​ສຸດ​ມີ​ 1 ຄົນ​ເສຍ​ຊີວິດ ​ແລະ ນັບສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຂະ​ເໜາດ​ໃຫຍ່​ທີ່​ເກີດ​ຂຶ້ນ​ຢູ່ ບັງ​ກາ​ລາ​ເດ​ສ ​ໃນ​ວັນ​ທີ 29/12. ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ສະໜັບ​ສະ​ໜູນ​ອະ​ດິດນະ​ຍົກ​ລັດຖະມົນຕີ Khaleda Zia ​ໄດ້​ນຳ​ໃຊ້ກ້ອນ​ຫີນ, ດິນ​ຈີ ​ແລະ ລູກລະ​ເບີດ​ຜະລິດ​ເອງ​ເພື່ອ​ບຸກ​ໂຈມ​ຕີ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ. ຕຳຫຼວດ ​ແລະ ກຳລັງ​ປະຕິກິລິຍາ​​ໄວກ່ວາ 11.000 ຄົນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ນະຄອນຫຼວງ​ປະ​ເທດ​ນີ້. ຜູ້​​ແຫ່​ຂະ​ບວນປະ​ທ້ວງກ່ວາ 1.000 ຄົນຖືກ​ຈັບ​ຕົວ​ກ່ອນ​ທີ່​ຈະ​ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ​ໃນ​ວັນ​ທີ 29/12, ​ໃນ​ຂະນະ​ທີ່ອຳ​ນາດ​ການ​ປົກຄອງ​ໄດ້​ອອກ​ຄຳ​ສັ່ງ​ຢຸດຕິ​ບັນດາ​ຖ້ຽວ​ລົດ​ເມ, ການ​ເຄື່ອນ​ໄຫວ​ຢູ່ທ່າ​ກຳ່​ປັນ ​ແລ​ະ ລົດ​ໄຟ​ໂດຍ​ຊົ່ວຄາວ ຄື​ດັ່ງ “ມາດ​ຕະການ​ສະ​ກັດ​ກັ້ນ” ​ເຮັດ​ໃຫ້​ນະຄອນຫຼວງ Dhaka ​ເກືອ​ບຄື​ວ່າ​ຖືກ​ແຍກ​ອອກ​ຈາກ​ກັບ​ເຂ​ດອື່ນ. ຫົວໜ້າ​ຝ່າຍ​ຄ້ານທ່ານ​ນາງ Khaleda Zia ກໍ່​ຖືກ​ຕຳຫຼວດ​​ຄຸມ​ຕົວຢູ່​ເຮືອນ​ສ່ວນ​ຕົວ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ເລື່ອງ​ສຳ​ພັດ​ກັບ​ຜູ້​ແຫ່​ຂະ​ບວນປະ​ທ້ວງ.

        ກ່ອນ​ໜ້າ​ນັ້ນ, ທ່ານ​ນາງ Khaleda Zia ຮຽກຮ້ອງ​ໃຫ້ປະຊາຊົນ​ດຳ​ເນີນ​ການ​ເດີນ​ຂະ​ບວນປະ​ທ້ວງຂະໜາດ​ໃຫຍ່​ຢູ່​ນະຄອນຫຼວງ Dhaka ​ໃນ​ວັນ​ທີ 29/12 ​ໃນ​ສະພາບ​ການ​ການ​ແຫ່​ຂະ​ບວນປະ​ທ້ວງ​ປິນ​ຂັ້ນ​ໄດ​ເພື່ອ​ແນ​ໃສ່​ຄັດຄ້ານ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຈະ​ຖືກ​ດຳ​ເນີນ​ໃນ​​ເດືອນ 1/2014.


ຂ່າວ/ບົດ​ອື່ນ