ການແຫ່ຂະບວນປະທ້ວງຢູ່ແບນຊິກຄັດຄ້ານນະໂຍບາຍ“ຮັດເຂັມຂັດ”

ການແຫ່ຂະບວນປະທ້ວງຢູ່ແບນຊິກຄັດຄ້ານນະໂຍບາຍ“ຮັດເຂັມຂັດ” - ảnh 1
ການແຫ່ຂະບວນປະທ້ວງຢູ່ ບຣຸກແຊນ
(ພາບ: EPA/TTXVN)

(vovworld) – ວັນ​ທີ 29/9, ມີ​ປະມານ 45.000 ຄົນ​ຈາກ​ບັນດາ​ສະມາ​ຊີບໄດ້​​ເຕົ້າ​ໂຮມກັນ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ນະຄອນຫຼວງ ບຣຸກ​ແຊນ, ປະ​ເທດ​ແບນ​ຊິກ ​ເພື່ອ​ຄັດຄ້ານ​ບັນດາ​ນະ​ໂຍບາຍ “ຮັດ​​ເຂັມ​ຂັດ”. ການຄົມມະນາຄົມ​ຢູ່​​ໃຈກາງ​ ບຣຸກ​ແຊນ​ ຖືກ​ຢຸດ​ສະ​ງັກ. ຢູ່​ນະ​ຄອນ​ຫຼວງ ບຣຸກ​ແຊນ, ການ​ບໍລິການ​ຂົນ​ສົ່ງ​ສາທາລະນະ​ຖືກ​ຕິດ​ຂັດ​ຢ່າງຮ້າຍ​ແຮງ. ສະພາບ​ການ​ຄົມມະນາຄົມ​ຢູ່​ບັນດາ​ແຂວງ​ຂຶ້ນ​ກັບ​​ເຂດ​ປະຊາ​ຄົມ​ເວົ້າ​ພາສາ ຝຣັ່ງ ກໍ່​ຖືກ​ຜົນສະທ້ອນ​ຢ່າງ​ໜັກໜ່ວງ. ບາງ​ອົງການ​ບໍລິຫານ​ຂອງ​ລັດ, ​ໂຮງຮຽນ​ຖືກ​ອັດ​ປະຕູ. ​ໃນ​ທົ່ວ​ປະ​ເທດ, ບໍລິສັດ​ລົດ​ໄຟ SNCB ຂອງ​ແບນ​ຊິກ ​ໃຫ້​ຮູ້​ວ່າ: ລະບົບ​ທາງ​ລົດ​ໄຟ​​ພວມ​ເຄື່ອນ​ໄຫວ​ຢ່າງ​ເປັນ​ປົກກະຕິ. ນີ້​ແມ່ນ​ການ​ແຫ່​ຂະ​ບວນປະ​ທ້ວງ​ທົ່ວ​ປະ​ເທດ​ຄັ້ງ​ທີ 4 ນັບ​ແຕ່​ລັດຖະບານ​ຂອງ​ທ່ານ​ນາຍົກລັດຖະມົນຕີ Charles Michel ຂຶ້ນ​ກຳ​ອຳນາດ​​ໃນ​ເດືອນ 10/2014. ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ຄັດຄ້ານ​ນະ​ໂຍບາຍ​ໃຊ້​ຈ່າຍ​ແບບ​ຮັດ​ເຂັມ​ຂັດ​ເຊິ່ງ​ລັດຖະບາ​ນ​​ໄດ້​ນຳ​ໃຊ້​ແຕ່ 2 ປີ​ມາ​ນີ້, ກໍ​ຄື​ຄັດຄ້ານ​ຮ່າງ​ກົດໝາຍ​ເພື່ອ​ແນ​ໃສ່​ປະຕິ​ຮູບ​ລະບົບ​ວຽກ​​ເຮັດ​ງານ​ທຳ, ​ເຊັ່ນ​ຢຸດຕິ​ເງິ​ນ​ເດືອນ​ຊົ່ວຄາວ, ແກ່ຍາວ​ອາຍຸ​ພັກ​ກິນ​ເບ​້ຍບຳນານ​ແຕ່ 65 ຂຶ້ນ​ເຖິງ 67 ປີ​ໃນ​ປີ 2030, ສິ້ນ​ສຸດ​ນະ​ໂຍບາຍ​ອາທິດ​ໜຶ່ງ​ເຮັດ​ວຽກ 38 ຊົ່ວ​ໂມງ ​ແລະ ​ເພີ່ມ​ເວລາ​ເຮັດ​ວຽກ. ດ້ວຍ​ຊື່ວ່າ “ປ່ຽນ​ໃໝ່​ສັງຄົມ”, ຮ່າງ​ກົດໝາຍ​ນີ້​ໄດ້​ກໍ່​ໃຫ້ເກີດການຄັດຄ້ານ​ໃນ​ບັນດາ​ສະມາ​ຊີບ.


ຂ່າວ/ບົດ​ອື່ນ