ການແຫ່ຂະບວນປະທ້ວງໄດ້ກາຍເປັນການຈາລະຈົນຢູ່ທ້ອງຖະໜົນຝລັ່ງ

ການແຫ່ຂະບວນປະທ້ວງໄດ້ກາຍເປັນການຈາລະຈົນຢູ່ທ້ອງຖະໜົນຝລັ່ງ - ảnh 1
ການແຫ່ຂະບວນປະທ້ວງໄດ້ກາຍເປັນການຈາລະຈົນຢູ່ທ້ອງຖະໜົນຝລັ່ງ
(ພາບ: AFP/TTXVN)

(vovworld) - ມີ 26 ຄົນ​ຖືກ​ຮັບ​ບາດ​ເຈັບ ແລະ ກຳ​ລັງ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ຢູ່​ນະ​ຄອນ​ຫຼວງ ປາ​ຣີ, ປະ​ເທດ​ຝ​ລັ່ງ ໄດ້​ຈັບ​ຕົວ​​ບັນ​ດາ​ບຸກ​ຄົນ​ຫົວ​ຮຸນ​ແຮງ 15 ຄົນ ພາຍ​ຫຼັງ​ການ​ແ​ຫ່​ຂະ​ບວນ​ປະ​ທ້ວງ​ຄັດ​ຄ​້ານຮ່າງ​ກົດ​ໝາຍ​ແຮງ​ງານ ໃນ​ວັນ​ທີ 14/06, ໄດ້​ກາຍ​ເປັນ​ການ​​ຈາ​ລະ​ຈົນ​​ຢູ່ທ້ອງ​ຖະ​ໜົນ. ນັບ​ຮ້ອຍ​ຄົນ​ທີ່​ປົກ​ໜ້າ​ໄດ້​ປະ​ທະ​ ກັບ​ຕະ​ຫຼ​ວດ. ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ໄດ້​ບຸກ​ໂຈມ​ຕີຕຶກ​ອາ​ຄານ, ​ຈັບ​ປ​້າຍ​ໂຄ​ສະ​ໜາ​ແກວ່ງໃສ່​ຕຳ​ຫຼວດ. ຕໍ່​ໜ້າ​ສະ​ພາບ​ການນີ້ກຳ​ລັງ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ຕ້ອງ​ໃ​ຊ້ທໍ່ສີດ​ນ້ຳ​ເພື່ອ​ປາບ​ປາມ​ຜູ້ກໍ່​ຄວາມ​ວຸນ​ວາຍ.

ຂ່າວ/ບົດ​ອື່ນ