ການໂອ້ລົມທາງອອນລາຍລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ - ອິນເດຍ

(VOVWORLD) -ລັດຖະມົນຕີກະຊວງປ້ອງກັນປະເທດທັງ 2 ທ່ານໄດ້ເປັນເອກະພາບກັນ ຄວນເພີ່ມທະວີການພົບປະ, ແລກປ່ຽນຂັ້ນສູງ ແລະ ທຸກຂັ້ນເພື່ອຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ໄດ້ຮັບການສ້າງຕັ້ງ ແລະ ບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວຢ່າງຄົບຖ້ວນ.
ການໂອ້ລົມທາງອອນລາຍລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ - ອິນເດຍ - ảnh 1 ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມທີ່ການໂອ້ລົມທາງອອນລາຍ
(ພາບ: TTXVN)

ຕອນບ່າຍວັນທີ 01 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໂອ້ລົມທາງອອນລາຍກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍ Shri Rajnath Singh.

        ທີ່ການໂອ້ລົມ, 2 ຝ່າຍໄດ້ຕີລາຄາວ່າ ນັບແຕ່ປີ 2020 ມາຮອດປະຈຸບັນ, ຍ້ອນສະພາບໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນ, ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງແຜນການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຂອງ 2 ປະເທດ. ສະນັ້ນ, ໃນໄລຍະຈະມາເຖິງ ລັດຖະມົນຕີກະຊວງປ້ອງກັນປະເທດທັງ 2 ທ່ານໄດ້ເປັນເອກະພາບກັນ ຄວນເພີ່ມທະວີການພົບປະ, ແລກປ່ຽນຂັ້ນສູງ ແລະ ທຸກຂັ້ນເພື່ອຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ໄດ້ຮັບການສ້າງຕັ້ງ ແລະ ບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວຢ່າງຄົບຖ້ວນ. ໃນນັ້ນ, ສຸມໃສ່ບັນດາເນື້ອໃນຄື: ການຝຶກອົບຮົມບຳລຸງສ້າງ; ຜັນຂະຫຍາຍບັນດາບ້ວງສິນເຊື່ອ; ການຮ່ວມມືອຸດສາຫະກຳປ້ອງກັນຊາດ; ຮັກສາສັນຕິພາບສະຫະປະຊາຊາດ; ແບ່ງປັນຂໍ້ມູນ, ບົດຮຽນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19; ສົມທົບກັນແກ້ໄຂບັນດາບັນຫາຄວາມໝັ້ນຄົງລວມຂອງພາກພື້ນຢູ່ບັນດາເວທີປາໄສຫຼາຍຝ່າຍ…

ຕອບກັບ

ຂ່າວ/ບົດ​ອື່ນ