ການໂອ້ລົມສົນທະນາ ກ່ຽວກັບຄວາມສະຫງົບ ທາງທະເລຄັ້ງທີ 2

ການໂອ້ລົມສົນທະນາ ກ່ຽວກັບຄວາມສະຫງົບ ທາງທະເລຄັ້ງທີ 2 - ảnh 1
ພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນເມືອງເກາະ ຟູ໋ກີ໋ ເພີ່ມທະວີການໄປລາດຕາເວນ
(ພາບ: Tràng Dương/TTXVN)


(vovworld) – ວັນ​ທີ 10/3, ຢູ່ ຮ່າ​ໂນ້ຍ, ກອງ​ບັນຊາ​ການ​ຕຳຫຼວດ​ທະ​ເລ ຫວຽດນາມ ​ສົມທົບ​ກັບ​ອົງການ​ຫລຸດຜ່ອນ​ໄພ​ນາບ​ຂູ່​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ​ເປັນ​ປະທານ​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາກ່ຽວ​ກັບ​ຄວາມ​ສະຫງົບ​ທາງ​ທະ​ເລ​ຄັ້ງ​ທີ 2. ກ່າວ​ຄຳ​ເຫັນ​ໄຂ​ການ​ໂອ້​ລົມ​ສົນທະນາ, ທ່ານ ພົນ​ຈັດຕະວາ ຫງວຽນ​ວັນ​ເຕືອງ, ກຳມະການ​ການ​ເມືອງ​ກອງບັນຊາ​ການຕຳຫຼວດ​ທະ​ເລ ຫວຽດນາມ ​ໄດ້​ຊີ້​ແຈ້ງ​ຈຸດໝາຍ​ຂອງ​ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ຄວາມ​ສະຫງົບ​ທາງ​ທະ​ເລ​ຄັ້ງ​ນີ້​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ສົມທົບ​ກັນ ​ແລະ ​​ແລກປ່ຽນ​ຂໍ້ມູນຂ່າວສານລະ​ຫວ່າງ​ບັນດາ​ອົງການ​ປະຕິບັດ​ກົດ​ໝາຍ​ບົນ​ທະ​ເລ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ ຫວຽດນາມ, ຍົກ​ສູງ​ສະຕິ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ທາງ​ທະ​ເລ ​ແລະ ​ແກ້​ໄຂ​ກໍລະນີ​ຊອກ​ຫາ, ກູ້​ໄພ​ກູ້​ຊີບ ​ແລະ ປະ​ຕິ​ບັດ​ກົດໝາຍຢູ່​ທະ​ເລ. ນີ້​ແມ່ນ​ກາ​ລະ​ໂອກາດ​ເພື່ອ​ໃຫ້​ພະນັກງານ​ກອງ​ບັນຊາ​ການ​ຕຳຫຼວດ​ທະ​ເລ​ພົບ​ປະ​ແລ​ກປ່ຽນ, ຖອດຖອນ​ບົດຮຽນ​ກ່ຽວ​ກັບ​ການ​ປະຕິບັດ​ກົດໝາຍ​ກັບ​ບັນດາ​ພະນັກງານ​ຂອງ​ອົງການ​ກ່ຽວຂ້ອງ​ຂອງ​ ຫວຽດນາມ. ບັນດາ​ຜູ້​ແທນ​ເນັ້ນ​ໜັກ​ວ່າ: ການ​ເຊື່ອມ​ໂຍງ, ການ​ຮ່ວມ​ມື​ແມ່ນ​ທ່າ​ອ່ຽງອັນ​ໃຫຍ່​ຫຼວງ​ໃນ​ປະຈຸ​ບັນ​ເພື່ອ​ພ້ອມ​ກັນ​ແກ້​ໄຂ​ບັນດາ​ບັນຫາ​ຄວາມ​ສະຫງົບ​ທົ່ວ​ໂລກ, ​ໃນ​ນັ້ນ​ມີ​ບັນຫາ​ຄວາມ​ສະຫງົບ, ປອດ​ໄພ​ບົນ​ທະ​ເລ. ​ເລື່ອງ​ແກ້​ໄຂ​ບັນດາ​ບັນຫາ​ນັ້ນ​ຕ້ອງ​ສອດຄ່ອງກັບ​ກົດໝາຍ​ແຫ່ງ​ຊາດ ​ແລະ ກົດໝາຍ, ທຳນຽມ​ສາກົນ​ເພື່ອ​ຍົກ​ສູງ​ຄວາມ​ສາມາ​ດສົມທົບ​ກັນ.

    ການ​ໂອ້​ລົມ​ສົນທະນາ​ຈະ​ແກ່ຍາວ​ຮອດ​ວັນ​ທີ 14/3 ຈຶ່ງອັດລົງ.

 

ຂ່າວ/ບົດ​ອື່ນ