ການໂອ້ລົມສົນທະນາຍົກສູງຄຸນນະພາບວຽກງານສ່ອງແສງຄຳເຫັນ,ຂໍ້ສະເໜີແນະຂອງປະຊາຊົນ

ການໂອ້ລົມສົນທະນາຍົກສູງຄຸນນະພາບວຽກງານສ່ອງແສງຄຳເຫັນ,ຂໍ້ສະເໜີແນະຂອງປະຊາຊົນ - ảnh 1
(ການ​ໂອ້​ລົ​ມ​ສົນ​ທະ​ນາ​)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 17/12, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ຈັດການ​ໂອ້​ລົ​ມ​ສົນ​ທະ​ນາ​ຍົກ​ສ​ູງ​ຄຸນ​ນະ​ພາບ​ວຽກ​ງານກຳ​ແໜ້ນ, ເຕົ້າ​ໂຮມ, ​​ສ່​ອງ​ແ​ສງ​ຄຳ​ເຫັນ, ຂໍ້​ສະ​ເໜີ​​ແນະຂອງ​ປະ​ຊາ​ຊົນ​ຕໍ່​ພັກ, ລັດ. ທ່ານ​ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທ​ດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ເປັນປະ​ທານ​ການ​ໂອ້​ລົ​ມ​ສົນ​ທະ​ນາ. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ ຫງວຽນ​ທ້ຽນ​ເຍີນ ຊີ້​ແຈ​້ງວ່າ.

        “ພວກ​ເຮົາ​ຄາດ​ຄະ​ເນ​ວ່າ​ຈະ​ສ້າງ​ນະ​ໂຍ​ບາຍ ສະ​ນັ້ນ​ຕ້ອງ​ຮູ້​ວ່າ​ປະ​ຊາ​ຊົນ​ພວມ​ຄິດ​ຫ​ຍ​ັງ, ມີ​ຄວາມ​ຕ້ອງ​ການ​ຫຍັງ​ໃນ​ຂົງ​ເຂດນັ້ນ. ຕົວ​ຢ່າງ​ຄື: ນະ​ໂຍ​ບາຍ​ດ້ານ​ກະ​ສິ​ກຳ, ສາ​ທາ​ລະ​ນະ​ສຸກ… ເລື່ອງ​ກຳ​ແໜ້ນ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ ບາງ​ເທື່ອ​ຕ້ອງ​ຫັນ​ເປັນ​ມາດ​ຕະ​ຖານ​ກ່ຽວ​ກັບ​ການ​ສຳ​ຫຼວດ​ສັງ​ຄົມ​ວິ​ທະ​ຍາ, ​ໃຫ້​ຄຳຕອບ​ຕໍ່​ຄຳ​ຖາມຢ​ູ່​ຂົງ​ເຂດ​ທີ່​ປະ​ຊາ​ຊົນ​ສ່ວນຫຼາຍ​ຢາກ​ຮູ້​ສິ່ງ​ໃດ. ​ສຳ​ຫຼວດ​ເພື່ອ​ຮູ້​ວ່າ, ເຂົ້າ​ເຈົ້າ​ພວມ​ຄິດ​ຫ​ຍັງ ແລະ ສ້າງ​ລະ​ບົບ​ນະ​ໂຍ​ບາຍ”.

        ທີ່​ການ​ໂອ້​ລົ​ມ​ສົນ​ທະ​ນາ, ບັນ​ດາ​ຜູ້​ແທນ​ຖື​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຕ້ອງ​ຍົກ​ສ​ູງ​ກຳ​ລັງ​ຄວາມ​ສາ​ມາດ​ເປັນ​ເສ​ນາ​ທິ​ການ​ຊ່ວຍ​ໃຫ້​ຄະ​ນະ​ພັກ​ໃນ​ເລື່ອງ​ກຳ​ແໜ້ນ, ຄົ້ນ​ຄວ້າ​ຫາງ​ສຽງ​ສັງ​ຄົມ; ກຳ​ນົດ​ໜ້າ​ທີ່​ເປັນ​ເຈົ້າ​ການ​ຢ່າງ​ຈະ​ແຈ້ງ, ​ການສົ​ມ​ທົບ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ໃນ​ການ​ແກ້​ໄຂ​ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ.

ຂ່າວ/ບົດ​ອື່ນ