ການໂອ້ລົມສົນທະນາຍຸດທະສາດການປ້ອງກັນຊາດ ຈີນ - ສ ເກົາຫຼີ

ການໂອ້ລົມສົນທະນາຍຸດທະສາດການປ້ອງກັນຊາດ ຈີນ - ສ ເກົາຫຼີ - ảnh 1
ທ່ານ​ຮອງ​​ຫົວໜ້າເສນາ​ທິການ​ໃຫຍ່ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ ຈີນ ໝ່າ​ສຽວທຽນ

(vovworld) - ການ​ໂອ້​ລົມ​ສົນທະນາ​ຍຸດ​ທະ​ສາດ​ການ​ປ້ອງ​ກັນ​ຊາດ ຈີນ - ສ ​ເກົາຫຼີ ຄັ້ງທີ 2 ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 31/7 ຢູ່​ນະຄອນຫຼວງ ປັນ​ກິ່ງ ປະ​ເທດ ຈີນ. ທ່ານ​ຮອງ​​ຫົວໜ້າເສນາ​ທິການ​ໃຫຍ່ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ ຈີນ ໝ່າ​ສຽວທຽນ ​ແລະ ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງກັນ​ປະ​ເທດ ສ ​ເກົາຫຼີ Lee Young Geol ນຳ​ໜ້າ​ 2 ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນທະນາ. ຕາມ​ເຈົ້າ​ໜ້າ​ທ່ີ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ​ ເກົາຫຼີ ​ແລ້ວ, ທີ່​ການ​ໂອ້​ລົມ​ສົນທະນາ, 2 ຝ່າຍ​ຈະ​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ແຫຼ​ມ​ ເກົາຫຼີ, ປຶກສາ​ຫາລື​ວິທີ​ການ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ. ຄາດ​ວ່າ, 2 ຝ່າຍ​ຈະ​ເຊັນ​ບົດ​ບັນທຶກ​ຊ່ວຍຈຳກ່ຽວ​ກັບ​ການ​ກູ້​ຊ່ວຍ​​ໄພພິບັດ​ທຳ​ມະ​ຊາດ. ການ​ໂອ້​ລົມ​ສົນທະນາ​ຍຸດ​ທະ​ສາດ​ປ້ອງ​ກັນ​ຊາດ ຈີນ - ສ ​ເກົາ​ຫຼີ ຖືກ​ຈັ​ດຂຶ້ນ​ເປັນຄັ້ງ​ທຳ​ອິດ​ໃນ​​ເດືອນ 7/2011, ນີ້​ແມ່ນ​ກອງ​ປະຊຸມ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຊາດ​ຂັ້ນ​ສູງ​ສຸດ​ຂອງ 2 ປະ​ເທດ​ໃນ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ