ການໂອ້ລົມສົນທະນາດ້ານກະສິກຳແບບຍືນຍົງແລະການຄ້ຳປະກັນດ້ານສະບຽງອາຫານລະຫວ່າງຫວຽດນາມແລະໂຮນລັງ

(VOVWORLD) -ຕອນເຊົ້າວັນທີ 09 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນ “ການໂອ້ລົມສົນທະນາກ່ຽວກັບການຮ່ວມມືຍຸດທະສາດ 2 ຝ່າຍດ້ານກະສິກຳແບບຍືນຍົງ ແລະ ການຄ້ຳປະກັນດ້ານສະບຽງອາຫານ” ລະຫວ່າງກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ກັບກະຊວງກະສິກຳໂຮນລັງ.
ການໂອ້ລົມສົນທະນາດ້ານກະສິກຳແບບຍືນຍົງແລະການຄ້ຳປະກັນດ້ານສະບຽງອາຫານລະຫວ່າງຫວຽດນາມແລະໂຮນລັງ - ảnh 1 (ພາບປະກອບ: TTXVN)

 ເນື້ອໃນຕົ້ນຕໍຂອງການໂອ້ລົມສົນທະນາແມ່ນເພື່ອແນໃສ່ຕີລາຄາສະພາບການປະຕິບັດການຮ່ວມມືຍຸດທະສາດດ້ານກະສິກຳແບບຍືນຍົງ ແລະ ການຄ້ຳປະກັນດ້ານສະບຽງອາຫານ; ບັນດາຄວາມຫຍຸ້ງຍາກ, ຂໍ້ຈຳກັດ ແລະ ມາດຕະການຊຸກຍູ້ການຮ່ວມມື 2 ຝ່າຍໃນຂົງເຂດກະສິກຳລະຫວ່າງ 2 ຝ່າຍ. ຫວຽດນາມ ແລະ ໂຮນລັງ ແມ່ນ 2 ປະເທດນອນໃນເຂດທົ່ງພຽງທີ່ກວ້າງໃຫຍ່ ແລະ ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນສູງ, ຄຸ້ມຄອງນ້ຳ ແລະ ການຄ້ຳປະກັນດ້ານສະບຽງອາຫານ. ໃນຂອບເຂດຄູ່ຮ່ວມມືຍຸດທະສາດກ່ຽວກັບກະສິກຳແບບຍືນຍົງ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ, ເຊິ່ງໄດ້ຮັບການສ້າງຕັ້ງເມື່ອປີ 2014, ປະຈຸບັນ ໂຮນລັງ ແມ່ນນັກລົງທຶນໃຫຍ່ເຂົ້າຂະແໜງກະສິກຳຂອງຫວຽດນາມ ແລະ ພວມຊ່ວຍຫວຽດນາມ ສ້າງພື້ນຖານຜະລິດກະສິກຳແບບຍືນຍົງ, ເພີ່ມມູນຄ່າສິນຄ້າສົ່ງອອກໃນຂົງເຂດຜັກ, ໝາກໄມ້, ການເຮັດສວນ, ລ້ຽງສັດ ແລະ ລ້ຽງປູກສິນໃນນ້ຳເປັນເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ