ການ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ​ຫວຽດ​ນາມ-ອາ​ເມ​ລິ​ກາ ປີ 2022

(VOVWORLD) - ການໂອ້ລົມສົນທະນາຄັ້ງນີ້ ເພື່ອແນໃສ່ຕີລາຄາໝາກຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະທີ່ຜ່ານມາ; ກຳນົດທິດທາງຮ່ວມມືໃນໄລຍະຈະມາເຖິງ.
ການ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ​ຫວຽດ​ນາມ-ອາ​ເມ​ລິ​ກາ ປີ 2022 - ảnh 1

 ສະພາບການໂອ້ລົມສົນທະນານະໂຍບາຍປ້ອງກັນຊາດຫວຽດນາມ-ອາເມລິກາ ປີ 2022 (ພາບ: TTXVN)

ຕອນເຊົ້າວັນທີ 12 ກັນຍາ, ຢູ່ຮ່າໂນ້ຍ, ທ່ານພົນໂທຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານ ປອ Ely Ratner, ຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຮັບຜິດຊອບບັນດາບັນຫາຄວາມໝັ້ນຄົງພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ໄດ້ເປັນປະທານຮ່ວມ ການໂອ້ລົມສົນທະນານະໂຍບາຍປ້ອງກັນຊາດຫວຽດນາມ-ອາເມລິກາ ປີ 2022. ການໂອ້ລົມສົນທະນາຄັ້ງນີ້ ເພື່ອແນໃສ່ຕີລາຄາໝາກຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະທີ່ຜ່ານມາ; ກຳນົດທິດທາງຮ່ວມມືໃນໄລຍະຈະມາເຖິງ.

ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຕີລາຄາວ່າການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ໄດ້ພັດທະນາສອດຄ່ອງກັບບົດບັນທຶກຊ່ວຍຈຳ ກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດປີ 2011 ແລະ ຖະແຫຼງການວິໄສທັດລວມກ່ຽວກັບການພົວພັນດ້ານປ້ອງກັນຊາດປີ 2015; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນສອງປະເທດ ກໍ່ຄືບັນດາການເຄື່ອນໄຫວກະກຽມສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ (2013-2023).

ຕອບກັບ

ຂ່າວ/ບົດ​ອື່ນ