ການໂອ້ລົມສົນທະນາລະຫວ່າງນາຍົກລັດຖະມົນຕີ ຫວຽດນາມ ແລະ ຜູ້ວ່າການລັດ ແລະ ວິສາຫະກິດດີເດັ່ນແຂວງ Gunma

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາວ່າ, ບັນດາວິສາຫະກິດແຂວງ Gunma ຈະຄົ້ນຄວ້າ, ເປີດກວ້າງການເຄື່ອນໄຫວຮ່ວມມື, ລົງທຶນຢູ່ ຫວຽດນາມ ໃນຫຼາຍຂົງເຂດ
ການໂອ້ລົມສົນທະນາລະຫວ່າງນາຍົກລັດຖະມົນຕີ ຫວຽດນາມ ແລະ ຜູ້ວ່າການລັດ ແລະ ວິສາຫະກິດດີເດັ່ນແຂວງ Gunma - ảnh 1 (ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ການໂອ້ລົມສົນທະນາ)

        ຕອນບ່າຍວັນທີ 15 ທັນວາ, ຢູ່ແຂວງ Gunma, ໄດ້ດຳເນີນການໂອ້ລົມສົນທະນາລະຫວ່າງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກັບຜູ້ວ່າການລັດ ແລະ ວິສາຫະກິດດີເດັ່ນແຂວງ Gunma

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາວ່າ, ບັນດາວິສາຫະກິດແຂວງ Gunma ຈະຄົ້ນຄວ້າ, ເປີດກວ້າງການເຄື່ອນໄຫວຮ່ວມມື, ລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດ, ຄື: ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ; ວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກຳ, ລົດໂອໂຕໄຟຟ້າ, ພະລັງງານທົດແທນ, ສາທາລະນະສຸກ… ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ແຂວງ Gunma ສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເພື່ອຮັບໃຊ້ບັນດາຂົງເຂດຫາກໍ່ພົ້ນເດັ່ນ, ບັນດາວິສາຫະກິດ, ມະຫາວິທະຍາໄລຂອງແຂວງ ເພີ່ມທະວີການຮ່ວມມືກັບບັນດາມະຫາວິທະຍາໄລ, ສະຖານບັນຄົ້ນຄວ້າ ຫວຽດນາມ ໃນການແລກປ່ຽນນັກສຶກສາ, ນັກສຶກສາຮຽນຕໍ່ປະລີນຍາໂທ, ປະລີນຍາຕີ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, ອຳນາດການປົກຄອງ ແລະ ບັນດາວິສາຫະກິດແຂວງ Gunma ຈະແມ່ນບັນດາປັດໃຈສຳຄັນ, ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໃຫ້ຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ